(ສພຊ) – ວັນທີ 3-5 ມິຖຸນານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງປາກຊັນ ແຂວງບໍລິຄໍາໄຊ ນໍາໂດຍທ່ານ ກອງແກ້ວ ໄຊສົງ ຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ໄຊອໍາພອນ ສີຫາວົງ ກຳມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ແສງອາລຸນ ແສງອາພອນ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງປາກຊັນ ພ້ອມດ້ວຍຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ສຳນັກງານປົກຄອງເມືອງປາກຊັນ ແລະ ບ້ານປາກປຶງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສພຂ) ບໍລິຄໍາໄຊ ຊຸດທີ V ເຊິ່ງມີພະນັກງານການນໍາຫຼັກແຫຼ່ງ, ນາຍ ແລະ ພົນທະຫານ-ຕໍາຫຼວດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການພົບປະ, ໄດ້ຮັບຟັງການລາຍງານສະພາບລວມຈຸດພິເສດທີ່ຕັ້ງ, ການນໍາພາ-ຊີ້ນໍາຂອງອົງການປົກຄອງ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ທັງເປີດໂອກາດໃຫ້ປະຊາຊົນໄດ້ປະກອບຄໍາເຫັນ, ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມພາຍໃນບ້ານ ເຊິ່ງບັນຫາສ່ວນຫຼາຍແມ່ນຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນ: ການປູກຝັງລ້ຽງສັດທີ່ມີຕົ້ນທຶນສູງ, ເສັ້ນທາງການຄົມມະນາຄົມໄປມາຫາສູ່ກັນຍັງມີຄວາມຫຍຸ້ງຍາກ, ລາຄາສິນຄ້າເໜັງຕີງເພີ່ມສູງຂຶ້ນ; ຈາກນັ້ນ, ສສຊ ແລະ ສສຂ ໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ແລະ ສພຂ ບໍລິຄໍາໄຊ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງອະທິບາຍຊີ້ແຈງກັບທີ່ຕໍ່ບາງຄໍາສະເໜີ, ສ່ວນບັນຫາທີ່ພົວພັນກັບຫຼາຍພາກສ່ວນ ຈະນໍາໄປຄົ້ນຄວ້າພິຈາລະນາ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຫາວີທີແກ້ໄຂ. ພ້ອມກັນນັ້ນ, ຍັງໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ແລະ ປະຊາຊົນ ສືບຕໍ່ຢຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມແນວທາງຂອງພັກ-ລັດ, ຮັກສາມູນເຊື້ອທີ່ຍາດມາໄດ້ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເພີ່ມທະວີສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ້ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການ ໃຫ້ມີຄວາມສະຫງົບປອດໄພ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ.

ນອກນັ້ນ, ຍັງໄດ້ລົງຕິດຕາມ, ຊຸກຍູ້ ການປູກພືດກະສິກຳ ແລະ ການລ້ຽງປາ ຂອງຊາວກະຊິກອນບ້ານປາກປຶງ, ໂຄງການກໍ່ສ້າງຕາຝັ່ງເຈື່ອນເທດສະບານເມືອງປາກຊັນ, ໂຄງການພະລັງງານໄຟຟ້າແສງຕາເວັນ ຂອງບໍລິສັດ ອີພີດີແອວ ໂຊລາພາວເວີ ຈໍາກັດ ບ້ານກ້ວຍອຸດົມ.

(ໂສລະຢ໋າ)

