
ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ນາງ Annette KNOBLOCH ພ້ອມທັງສະແດງຄວາມຊົມເຊີຍທີ່ທ່ານນາງ Annette KNOBLOCH ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປລາວ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຕະຫລອດໄລຍະເວລາ 60 ກວ່າປີທີ່ຜ່ານມາ.

ໂອກາດດັ່ງກ່າວ, ທ່ານ ນາງ Annette KNOBLOCH ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງຈະສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງການພົວພັນທີ່ດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນທົ່ວໂລກ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)