ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຫຼວງພະບາງ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງໂພນທອງ

ມ.ນ. 19, 2024

ເພື່ອເປັນການປະຕິບັດຕາມຄໍາແນະນໍາ ເລກທີ 19 /ຄປຈ, ລົງວັນທີ 26 ມັງກອນ 2024 ແລະ ແຜນການ   ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ເລກທີ20 /ຄປຈ, ລົງວັນທີ 26 ມັງກອນ 2024.

ສະນັ້ນ, ໃນລະຫວ່າງວັນທີ 11 – 14 ມີນາ 2024, ທ່ານ ສິງຕັນ ໄຊລືຊົ່ງຄະນະປະຈຳພັກແຂວງ, ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງໄດ້ລົງໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຕິດພັນກັບຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຢູ່ທີ່ສຳນັກເມືອງ, ບ້ານ ນາແຈ່ນ, ບ້ານ ວັງປ່ານ, ບ້ານ ຫ້ວຍແອນ ແລະ ບ້ານ ກິ່ວດອກແຄ, ເມືອງໂພນທອງ.

ສຳລັບ ຢູ່ສຳນັກເມືອງ ປະກອບມີເປົ້າໝາຍເຂົ້າຮ່ວມຄື: ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ–ຮອງຫົວໜ້າ ຫ້ອງການ, ພະນັກງານ–ລັດຖະກອນ ພ້ອມດ້ວຍການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ແລະ ປະຊາຊົນບ້ານ ວັງຊຽງ; ສຳລັບ ຢູ່ບ້ານ ນາແຈ່ນ, ບ້ານ ວັງປ່ານ, ບ້ານ ຫ້ວຍແອນແລະ ບ້ານ ກິ່ວດອກແຄ ປະກອບມີເປົ້າໝາຍເຂົ້າຮ່ວມຄື: ການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວ; ເຊິ່ງ 5 ຈຸດດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 365 ຄົນ, ຍິງ 140 ຄົນ.

ຈຸດປະສົງ ການລົງໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຕິດພັນກັບຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ໃນຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ, ທົ່ວເຖິງ ກ່ຽວກັບຜົນສຳເລັດກອງປະຊຸມດັ່ງກ່າວ, ທັງເປັນການລົງຮາກຖານໃນການພົບປະ ປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄໍາຄິດ, ຄໍາເຫັນ ແລະ ເກັບກຳສະພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ນັບມື້ນັບມີຄວາມສັກສິດ ແລະ ເຂັ້ມງວດຍິ່ງຂຶ້ນ.

​ການລົງເຮັດວຽກໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ຂອງເມືອງ, ບ້ານ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກອົງການປົກຄອງເມືອງແລະ ອົງການປົກຄອງບ້ານເປົ້າໝາຍ; ຈາກນັ້ນ ກໍໄດ້ຮັບຟັງການເຜີຍແຜ່ບັນດາເນືອໃນຈິດໃຈຜົນສຳເລັດກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຕິດພັນກັບຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຈາກ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງ ທີ່ໄດ້ພິຈາລະນາແລະ ຮັບຮອງເອົາ ຫຼາຍບັນຫາສຳຄັນພື້ນຖານຂອງຊາດ, ຂອງແຂວງ; ນອກນີ້ ຍັງໄດ້ຮັບການສະ    ເໜີບັນຫາຕ່າງໆຈໍານວນໜຶ່ງ ຈາກຜູ້ມີສິດເລືອກຕັ້ງ, ໃນນີ້ ບາງຄໍາສະເໜີ ກໍໄດ້ມີການອະທິບາຍ ແລະ ຊີ້ແຈງກັບທີ່, ສ່ວນຄໍາສະເໜີໃດທີ່ພົວພັນເຖິງພາກສ່ວນອື່ນ ກໍຈະໄດ້ຈັດສົ່ງໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ ຫຼື ມີຄໍາຕອບໃຫ້ປະຊາຊົນ ຕາມພາລະບົດບາດ.

 

​ຕອນທ້າຍ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງ ໄດ້ໃຫ້ກຽດມີຄໍາເຫັນ ຊີ້ນໍາແລະ ໂອ້ລົມ ຕໍ່ຄະນະພັກ–ຄະນະນໍາຂອງເມືອງ, ການຈັດຕັ້ງບ້ານ ໃຫ້ສືບຕໍ່ສຶກສາອົບຮົມປະຊາຊົນ ພາຍໃນບ້ານເປົ້າໝາຍ ໃຫ້ກຳໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ສືບຕໍ່ປະຕິບັດສອງວາລະແຫ່ງຊາດ ໃຫ້ປະກົດຜົນເປັນຈິງ ຕິດພັນກັບການຍົກສູງຄວາມຮັບຜິດຊອບປະກອບສ່ວນເຂົ້າໃນການປະຕິບັດ ມະຕິກອງປະຊຸມສະພາປະຊາຊົນແຂວງ ກໍຄືແຜນພັດທະນາເສດຖະກິດ–ສັງຄົມຂອງເມືອງ, ຂອງບ້ານ ໃຫ້ບັນລຸຕາມແຜນທີ່ວາງໄວ້ ທັງເປັນການສືບຕໍ່ສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ 3 ຂັ້ນ ໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ຂັ້ນເທິງວາງໄວ້.

ຂຽນໂດຍ: ວິສະນຸ ເພັດສຸພັນ