ຮອງປະທານ ກວສຊ ເຄື່ອນໄຫວວຽກງານຢູ່ 3 ແຂວງພາກເໜືອ

ກ.ຍ. 7, 2026

(ສພຊ) – ລະຫວ່າງວັນທີ 23-30 ສິງຫາ 2026, ທ່ານ ກໍລະກັນ ພົມມະວົງ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ມະຕິກອງປະຊຸມສະພາແຫ່ງຊາດ ໂດຍສະເພາະແມ່ນບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຢູ່ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ໂດຍມີບັນດາທ່ານຄະນະປະຈໍາ ແລະ ກຳມະການພັກແຂວງ, ພະແນກການ-ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຈາກພະແນກການທີ່ກ່ຽວຂ້ອງ, ເຂົ້າຢ້ຽມຂໍ່ານັບການນໍາຂອງແຂວງ, ຢ້ຽມຢາມບໍລິສັດ ລາວຟີນິກ ພັດທະນາກະສິກຳ ກຳຈັດ ຢູ່ບ້ານໃໝ່ ແລະ ຢ້ຽມຢາມສູນພັດທະນາສີມືແຮງງານ ແຂວງອຸດົມໄຊ; ຢ້ຽມຢາມຫໍພິພິທະພັນແຫ່ງຊາດຫຼວງພະບາງ, ພົບປະເຮັດວຽກຮ່ວມກັບພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໂດຍໄດ້ຮັບຟັງລາຍງານສະພາບການຄຸ້ມຄອງ, ບໍລິຫານການທ່ອງທ່ຽວ ແລະ ຂໍ້ສະເໜີຕ່າງໆ ຈາກຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ແລະ ຕົວແທນສະມາຄົມທຸລະກິດ ຢູ່ແຂວງຫຼວງພະບາງ; ຢ້ຽມຢາມໂຮງໝໍແຂວງໄຊຍະບູລີ, ສູນອະນຸລັກ ແລະ ເພາະພັນຊ້າງອາຊີ (ພູແຄນ) ແລະ ເຄື່ອນໄຫວຕິດຕາມກວດກາຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ.
(ຂ່າວ-ພາບ: ກວສຊ)