loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ​​​ເຮັດ​ວຽກ​ກັບ​​ເລ​ຂາ​ທິ​ການ​ສະ​ພາ​ແຫ່ງ​ຊາດຫວຽດນາມ

ມ.ກ. 5, 2024 | SlideMobile, ຂ່າວເດັ່ນ

(ສພຊ) ໃນ​ໂອກາດເດີນທາງໄປ​ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ.​ຫວຽດນາມ ລະຫວ່າງວັນທີ 02-07 ມັງ ກອນ 2024 ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະ ທານກຳມາທິການກົດໝາຍ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ​ໄດ້​ພົບປະ ​ແລະ ​ເຮັດ​ວຽກ​ກັບຄະນະຜູ້ແທນຫວຽດນາມ ນໍາໂດຍສະ ຫາຍ ​ບຸ່ຍ ​ວັນ ​ເກື່ອງ (Bùi Văn Cường) ກໍາມະການສູນກາງພັກ, ເລຂາທິການສະພາ​ແຫ່ງ​ຊາດ​, ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດ ໃນຕອນ​ເຊົ້າ​ວັນ​ພະຫັດທີ 04 ມັງກອນ ທີ່ຫໍສະພາ​ແຫ່ງ​ຊາດ, ນະຄອນຫຼວງຮ່າ​ໂນ້ຍ.
ສະຫາຍ​ ບຸ່ຍ ​ວັນ ​ເກື່ອງ ໄດ້​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ພ້ອມດ້ວຍຄະນະ ຖື​ວ່າ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-ລາວ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ປະຕິບັດ​ເນື້ອ​ໃນ​ຂອງ​ບົດບັນທຶກການຮ່ວມ​ມື​ທີ່​ປະທານ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ວັນ​ທີ 16 ພຶດສະພາ 2022 ຢູ່​ນະຄອນຫຼວງ​ວຽງ​ຈັນ.
ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ສະ​ແດງ​ຄວາມຂອບໃຈ, ​ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ.ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້; ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງສະຫາຍ ບຸ່ຍ ​ວັນ ​ເກື່ອງ ​ເລຂາທິການ​ສະພາ​ແຫ່ງ​ຊາດ, ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດ ຕໍ່​ການ​ພົວພັນ​ອັນ​ດີງາມ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ​ລາວ-ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ​ແລະ ແທດຕົວ​ຈິງ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ​ໃນ​ປີ 2025 ສະພາ​ແຫ່ງ​ຊາດ​ລາວ ຈະ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ​ແຫ່ງ​ຊາດ, ສະຫາຍຮອງ​ປະທານ​ສະ ພາ​ແຫ່ງ​ຊາດ ຫວັງ​ວ່າ​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມຄັ້ງນີ້, ​ຈະ​ໄດ້​ຮັບ​ບັນດາບົດຮຽນ ແລະ ​ປະສົບ​ການ​ອັນ​ລ້ຳ​ຄ່າ​ກວ່າ​ເກົ່າ​ໃນການຮຽບຮຽງປະຫວັດຂອງສະພາແຫ່ງຊາດ​ຫວຽດນາມ ເພື່ອຮັບ​ໃຊ້​ການຮຽບຮຽງປະຫວັດ​ 50 ປີ​ແຫ່ງ​ການ​ເຕີບ​ໃຫຍ່ ​ແລະ ພັດທະນາ​ຂອງ​ສະພາ​ແຫ່ງ​ຊາດ​ລາວ.
ສະຫາຍ​ ບຸ່ຍ ​ວັນ ​ເກື່ອງ ສະ​ແດງ​ຄວາມຍິນ​ດີທີ່​ຮັບ​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ລາວ ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ກະກຽມ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ທັງໃຫ້ຮູ້​ວ່າ ສະພາ​ແຫ່ງ​ຊາດຫວຽດນາມ ກໍພວມ​ຜັນ​ຂະ ຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ກະກຽມ​ໃຫ້ວັນ​ຄົບຮອບ 80 ປີ​ແຫ່ງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທຳ​ອິດ​ເພື່ອ​ເລືອກ​ຕັ້ງ​ສະມາ ຊິກສະພາ​ແຫ່ງ​ຊາດ ​ໃນ​ເດືອນ​ມັງກອນ​ 2026, ວຽກ​ງານ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ປະ​ຕິ​ບັດຕັ້ງ​ແຕ່​ປີ 2022. ກ່ຽວ​ກັບ​ປະສົບ​ການ​ໃນ​ການຮຽບຮຽງປະຫວັດ​ຂອງ​ສະພາ​ແຫ່ງ​ຊາດ; ປະຈຸ​ບັນ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ (ໜ່ວຍ​ງານຮັບຜິດຊອບແມ່ນ​ກົມ​ຂໍ້ມູນ) ​ໄດ້​ສົມທົບ​ກັບ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ວິຊາ​ການ, ຂະແໜງ​ວິທະຍາສາດ​ປະຫວັດສາດ​ ໄດ້​ຮຽບຮຽງ ​ແລະ ຈັດພິມ​​ປຶ້ມ​ປະຫວັດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ລວມມີ 4 ​ເຫຼັ້ມ (​ໄລຍະປີ 1946-2011) ​ພ້ອມກັນນັ້ນ ພວມ​ສືບ​ຕໍ່​ຄົ້ນຄວ້າ, ຮຽບຮຽງ ໄລຍະປີ 2011-2026, ສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນການ​ສ້າງ​ຕັ້ງ ​ແລະ ພັດທະນາສະ ພາ​ແຫ່ງ​ຊາດ ໂດຍຜ່ານ​ໄລຍະການ​ພັດທະນາ​ຂອງ​ການ​ປະຕິວັດ​ຫວຽດນາມ.