


ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົລເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຂອງທ່ານ ນາງ ຄານນີ ວີຍາຣາຈາ ເຊິ່ງເປັນໂອກາດອັນດີ ໃຫ້ທ່ານໄດ້ສຳພັດ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ. ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນອັນສຳຄັນ ຂອງອົງການ UNDP ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປລາວ ມາໂດຍຕະຫຼອດ ແລະ ໄດ້ແຈ້ງໃຫ້ຄະນະຜູ້ແທນຂອງ UNDP ຊາບ ກ່ຽວກັບສະພາບການໂດຍລວມຂອງ ສປປລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດ ແລະ ສະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ຄື: ດ້ານນິຕິບັນຍັດ, ການຕົກລົງບັນຫາສຳຄັນຂອງຊາດ ແລະ ການຕິດຕາມກວດກາ ກໍຄືການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນ 18 ແຂວງທົ່ວປະເທດ.
ໃນໂອກາດດຽວກັນ, ທ່ານ ນາງ ຄານນີ ວີຍາຣາຈາ ກໍໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງ UNDP ຢູ່ ສປປລາວ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວ ໂດຍສະເພາະແມ່ນການພັດທະນາ ແລະ ການສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ໃນ 18 ແຂວງ ທົ່ວປະເທດ. ການພົບປະໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ທ່ານຜູ້ອຳນວຍການອົງການ UNDP ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ຢືນຢັນວ່າ ອົງການ UNDP ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນບັນດາໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ກໍຄື ສປປລາວ ໃນຕໍ່ໜ້າ.
