

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ປະກອບມີໝວດກິລາສາກົນ ແລະ ກິລາພື້ນເມືອງ ເຊິ່ງຕາມກຳນົດໄດ້ຈັດຂຶ້ນທຸກໆ 3 ປີ ໂດຍຄັດເລືອກແຂວງຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການກິລາກາຍະກຳຢູ່ພາຍໃນປະເທດ ທັງເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກວ້າງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນຂະບວນການຫຼີ້ນກິລາ ແລະ ແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທັງເປັນການເຝິກຝົນຮ່າງກາຍ ແລະ ຈິດໃຈເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນເຊື້ອພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ໄດ້ກ່າວເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ການຫ້າງຫາກະກຽມຄວາມພ້ອມທຸກໆດ້ານ ຂອງເຈົ້າພາບ ແລະ ຄະນະຮັບຜິດຊອບ, ຊົມເຊີຍທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງເຊື່ອໝັ້ນວ່າ ງານມະຫາກຳກິລາແຫ່ງຊາດຄັ້ງນີ້ ເປັນການເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ.

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ ມີລາຍການແຂ່ງຂັນທັງໝົດ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ແລະ ມີນັກກິລາເຂົ້າຮ່ວມການແຂ່ງຂັນ 3.093 ຄົນ ຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 2.598 ຫຼຽນ. ສຳລັບບາງປະເພດກິລາ ໄດ້ແຂ່ງຂັນມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນຄື: ກິລາລອຍນ້ຳ ແລະ ກິລາຍິງປືນ, ສ່ວນຢູ່ແຂວງຊຽງຂວາງ ເລີ່ມມາແຕ່ວັນທີ 1 ທັນວາ 2022 ແລະ ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກິລາແຂ່ງສໍາເລັດແລ້ວ ຄື: ກິລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ຈຶ່ງຈະສໍາເລັດການແຂ່ງຂັນ.


(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)