
ວັນທີ 17 ພະຈິກ 2022 ຜ່ານມານີ້, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຂອງລັດ ໂຄງການຂຸດຄົ້ນແຮ່ທາດບົກຊິດ ແລະ ສ້າງຕັ້ງໂຮງງານອາລູມີນາ ແລະ ໂຄງການໄຟຟ້າພະລັງງານລົມ ມອນຊູນ ຢູ່ເຂດເມືອງ ດາກຈຶງ ແຂວງ ເຊກອງ ໂດຍມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.