loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມເຜົ່າກຣີ (ຕອງເຫຼືອງ)

ມ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) ພາຍຫຼັງທີ່ສໍາເລັດການເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ(ສພຂ) ໄຊຍະບູລີ ຊຸດທີ II ລະຫວ່າງວັນທີ 11-13 ມັງກອນ 2024, ໃນວັນທີ 14 ມັງກອນຜ່ານມາ ທ່ານ ພົທ. ສຸ ວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຮ່ວມກັບທ່ານ ເພັງນິລັນ ຄໍາພັນເພັງ ປະທານ ສພຂ ໄຊຍະບູລີ ແລະ ທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມດ້ວຍຄະນະຕິດຕາມ ແລະ ຕໍາຫຼວດກຸ່ມ, ປ້ອງກັນຄວາມສະຫງົບບ້ານໂພນ ທອງ ໄດ້ລົງຢ້ຽມຢາມພົບປະເຜົ່າກຣີ (ຕອງເຫຼືອງ) ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍຂອບເຂດບ້ານໂພນທອງ ເມືອງພຽງ; ໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບເຄື່ອງບໍລິໂພກຈໍານວນໜຶ່ງໃຫ້ແກ່ເຜົ່າ ຕອງ ເຫຼືອງ ໂດຍມີທ້າວ ຈັນ ຫົວໜ້າເຜົ່າ ນໍາພາລູກຫຼານຮັບເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ.
ຕາມການລາຍງານຂອງທ່ານເຈົ້າເມືອງໆພຽງໃຫ້ຮູ້ວ່າ: ເຜົ່າກຣີ ແມ່ນເຜົ່າໜຶ່ງທີ່ດໍາລົງຊີວິດຢູ່ໃນເມືອງພຽງມາ ເປັນເວລາຫຼາຍປີ ໂດຍສະເພາະອາໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍເປັນສ່ວນໃຫຍ່, ປົກກະຕິແລ້ວພວກເຂົາຈະບໍ່ ອາໄສຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ ຈະມີການເຄື່ອນຍ້າຍໄປຕາມປ່າຕາມດົງບ່ອນອຸດົມສົມບູນ ແລະ ຢູ່ແບບກະ ແຈກກະຈາຍບ່ອນລະຄອບຄົວສອງຄອບຄົວ, ການອົບພະຍົບເຄື່ອນຍ້າຍມີລັກສະນະໝູນວຽນຄືນມາບ່ອນເກົ່າ; ດ້ວຍ ເຫດນີ້ ພວກເຂົາຈຶ່ງສາມາດຮູ້ແຫຼ່ງທີ່ມາຂອງອາຫານການກິນ ແລະ ຂອບເຂດການລ່າສັດປ່າໄດ້ເປັນຢ່າງດີ. ການປຸກສ້າງ ແລະ ບ່ອນຢູ່ອາໄສຈະບໍ່ຖາວອນ ພຽງແຕ່ເອົາໄມ້ເຮ້ຍມາເກາະກ່າຍກັນ ຈາກນັ້ນຈະຫາຕອງກ້ວຍ, ໃບບຸ່ນ, ໃບຄໍ້ ມາ ມຸງເທົ່ານັ້ນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫຼືອງ ເຂົາເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່; ເຜົ່າຕອງເຫຼືອງຈະບໍ່ ມີການທໍາການຜະລິດເປັນຕົນເປັນໂຕ ສ່ວນຫຼາຍອາໄສຫາກິນຕາມທໍາມະຊາດເປັນສ່ວນໃຫຍ່, ບໍ່ກິນເຂົ້າປາອາຫານ ເປັນຕົ້ນຕໍ. ການດໍາຊີວິດແຕ່ລະວັນ ຈະອອກຈາກບ່ອນຢູ່ເພື່ອໄປຊອກອາຫານ ເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ, ປູປາຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນບາງຄັ້ງໂຊກ ດີຫາມາໄດ້ຫຼາຍ ກໍນໍາເອົາມາແລກເຄື່ອງມືຫາກິນນໍາປະຊາຊົນຢູ່ເຂດບ້ານໃກ້ຄຽງເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ. ປັດ ຈຸບັນ, ພວກເຂົາເຈົ້າຮູ້ນໍາໃຊ້ວັດຖຸທໍາມະຊາດດັດແປງມາຮັບໃຊ້ຊີວິດປະຈໍາວັນຫຼາຍຂຶ້ນເຊັ່ນ: ການເອົາຕີວໄມ້ມາສານ ເປັນສາດ, ຕັດບັ້ງໄມ້ມາຕົ້ມນໍ້າ, ນໍາບັ້ງໄມ້ມາປະດິດເປັນເຄື່ອງດົນຕີ ແລະ ອື່ນໆ ແຕ່ຍັງເປັນການປະດິດຂັ້ນຕໍ່າ; ນອກ ນັ້ນຍັງມີຄວາມເບີກບານທາງດ້ານອາລົມຈິດເຊັ່ນ: ການຮ້ອງລຳທໍາເພງ ບາງຄັ້ງກໍອອກເປັນພາສາລາວ ແລະ ພາສາມາບຣີ ແລະ ຮູ້ຈັກນຸ່ງໂສ້ງ, ນຸ່ງເສື້ອ, ຮູ້ກິນອາຫານທີ່ເຮົາແຕ່ງໃຫ້ກິນ ຖ້າບໍ່ມີຜູ້ໃຫ້ກິນ ພວກເຂົາເຈົ້າກໍຫາກິນຕາມທໍາມະຊາດ, ອາດເວົ້າໄດ້ວ່າເຂົາເຈົ້າຍັງບໍ່ຮູ້ທໍາການຜະລິດກະສິກໍາ ໃນການດັດແປງທໍາມະຊາດມາຮັບໃຊ້ຊີວິດການເປັນຢູ່ເທື່ອ. ເຂົາ ເຈົ້າມີພາສາປາກເວົ້າເປັນຂອງຕົນເອງ ເອີ້ນວ່າພາສາມາບຣີ ຈັດຢູ່ໃນໝວດພາສາມອນຂະແມ ແລະ ມີການຢໍາເກງຕໍ່ປາ ກົດການທາງທໍາມະຊາດທີ່ເກີດຂຶ້ນ; ປັດຈຸບັນ, ເຜົ່າກຣີມີທັງໝົດ 20 ຄົນ ຍິງ 10 ຄົນ, ເດັກນ້ອຍເກນອາຍຸເຂົ້າຮຽນ 4 ຄົນ, ເດັກນ້ອຍອາຍຸ 4 ເດືອນປາຍມີ 1 ຄົນ.
ທ່ານເຈົ້າເມືອງໄດ້ສະເໜີຕໍ່ຄະນະທ່ານຮອງປະທານສະພາແຫ່ງຊາດວ່າ: ສະເໜີໃຫ້ອົງການຈັດຕັ້ງຂັ້ນສູນກາງ, ຂັ້ນແຂວງ ມີແຜນງານໂຄງການພັດທະນາແບບມີຈຸດສຸມເພື່ອຄຸ້ມຄອງ ແລະ ຮັກສາວັດທະນະທໍາວິຖີຊີວິດແບບດັ້ງ ເດີມຂອງເຜົ່າດັ່ງກ່າວໃຫ້ມີຄວາມຍືນຍົງ ໂດຍປາສະຈາກບຸກຄົນເຂົ້າແຊກແຊງເພື່ອຫາຜົນປະໂຫຍດໃສ່ຕົນເອງ ແລະ ຂໍ ສະເໜີໃຫ້ເຜົ່າກຣີ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະບູລີ.
(ຂ່າວ ແລະ ພາບ: ສອນສັກ ວັນວິໄຊ)