(ສພຊ) ໃນວັນທີ 31 ສິງຫາ 2023 ທີ່ສະໂມສອນເມືອງພຽງ ແຂວງໄຊຍະບູລີ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ສົມທົບກັບທ່ານ ປະທານສະພາປະຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II, ມີບັນດາທ່ານຄະນະນໍາຂອງເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ລັດຖະກອນ ຈາກພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານອ້ອມຂ້າງເມືອງ ເຂົ້າຮ່ວມ.

ການລົງພົບປະຄັ້ງນີ້ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ ແລະ ລາຍງານໂດຍຫຍໍ້ ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດຂອງເມືອງ, ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ດ້ານຂໍ້ຄົງຄ້າງ, ວຽກງານຈຸດສຸມໃນຕໍ່ໜ້າ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຈາກສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7.
ໂອກາດດັ່ງກ່າວ, ທ່ານ ພົນໂທ ສຸວອນ ເລືອງຄໍາມີ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຜົນງານຂອງເມືອງທີ່ຍາດມາໄດ້ ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.

ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນຢູ່ບ້ານນາໂສມ ເຊິ່ງຜ່ານການລົງພົບປະໃນຄັ້ງນີ້ ຜູ້ມີສິດເລືອກຕັ້ງໄດ້ນຳສະເໜີດັ່ງນີ້: ສະເໜີຂໍໃຫ້ຄົ້ນຄວ້າງົບປະມານມາສົມທົບກໍ່ສ້າງ ແລະ ສ້ອມແປງເສັ້ນທາງປາກຊອງຫາບ້ານນາແວນ ເມືອງພຽງ; ໃຫ້ພາກສ່ວນກ່ຽວຂ້ອງຄວບຄຸມລາຄານ້ຳມັນ, ໄຟຟ້າ, ນ້ຳປະປາ ແລະ ລາຄາສິນຄ້າທີ່ແພງຂຶ້ນ, ບັນຫາເງິນເຟີ້, ບັນຫາທາງດ້ານສາທາລະນະສຸກ ແລະ ຂໍເສັ້ນທາງປູຢາງເຂົ້າບ້ານນາໂສມ ແລະ ບັນຫາໄຟຟ້າບໍ່ພຽງພໍ ແຕ່ລາຄາພັດແພງຂຶ້ນ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)