

ກອງປະຊຸມ ໄດ້ຮັບຟັງການລາຍງານຈາກທ່ານ ກົງແກ້ວ ມີວໍລະຈັກ ໃຫ້ຮູ້ວ່າ: ສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ໃນການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາກົດໝາຍຂອງບັນດາພະແນກການ, ອົງການທຽບເທົ່າ ກໍຄືອົງການປົກຄອງຢ່າງເປັນປົກກະຕິ ແລະ ພະແນກການອົງການກ່ຽວຂ້ອງ ກໍໄດ້ອີງໃສ່ກົດໝາຍຕ່າງໆ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດ, ເພື່ອຍົກສູງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍທີ່ສັກສິດ, ຜ່ານການຈັດຕັ້ງປະຕິບັດເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ຜົນເສຍຫາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້, ຂໍ້ສະເໜີເພື່ອເປັນທິດທາງ ແລະ ວິທີຈັດຕັ້ງປະຕິບັດໃນຕໍ່ໜ້າ; ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ຈາກພະແນກ ການກ່ຽວຂ້ອງ; ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄຳເຫັນ ແລະ ຕອບຄໍາຊັກຖາມຕ່າງໆ ເພື່ອນຳໄປພິຈາລະນາປັບປຸງໃນຕໍ່ໜ້າໃຫ້ແທດເໝາະ ແລະ ເປັນບ່ອນອີງໃຫ້ຂະແໜງການ, ທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງຍິ່ງຂຶ້ນ.

ໂອກາດດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເພື່ອຮັບປະກັນການປະເມີນຈັດຕັ້ງປະຕິບັດກົດໝາຍ 4 ສະບັບໃຫ້ມີປະສິດທິພາບ, ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ບັນດາພະແນກການກ່ຽວຂ້ອງ ປະຕິບັດໜ້າທີ່ວຽກງານຂອງຕົນຕາມກົດໝາຍ, ນິຕິກໍາໃຕ້ກົດໝາຍຢ່າງເຂັ້ມງວດ. ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີການຄົ້ນຄວ້າສ້າງນິຕິກຳໃຕ້ກົດໝາຍໃຫ້ມີຄວາມສອດຄ່ອງກັບສະພາບເງື່ອນໄຂຕົວຈິງ, ວ່ອງໄວ ແລະ ສອດຄ່ອງກັບກົດໝາຍ ຕິດພັນກັບການສ້າງນິຕິກໍາປະສານງານເຊິ່ງກັນແລະກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ, ໃຫ້ມີຄຸນນະພາບ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍກໍານົດໄວ້, ເອົາໃຈໃສ່ເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ໄດ້ຢ່າງກວ້າງຂວາງທົ່ວເຖິງ.

ໂອກາດດັ່ງກ່າວ ຄະນະ ຍັງໄດ້ຕິດຕາມການປູກຝັ່ງ ແລະ ການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງໄຊບູລີຕື່ມອີກ.

(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)