ຮອງປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປລາວ

ພ.ພ. 15, 2022 | SlideMobile


​(ສພຊ) ໃນຕອນເຊົ້າວັນທີ 13 ພຶດສະພາຜ່ານມາ, ທີ່ສະພາແຫ່ງຊາດ ທ່ານ ສຈ. ປອ. ຈະເລີນ ເຍຍປາວ ເຮີ ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ Enna Esther Viant Valdes ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດ ຖະທູດປະຈໍາ ສປປລາວ ຄົນໃໝ່.
​ ໂອກາດດັ່ງກ່າວ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ, ສະ ແດງຄວາມຍິນດີນໍາທ່ານ ນາງ Enna Esther Viant Valdes ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກລັດຖະບານ ປະຊາຊົນກູບາ ທີ່ໄດ້ມອບໜ້າທີ່ໃຫ້ມາເຮັດໜ້າທີ່ເອກອັກຄະລັດຖະທູດປະຈໍາ ສປປລາວ ຄັ້ງນີ້ ພ້ອມທັງຕີລາຄາ ສູງຕໍ່ການມາປະຕິບັດໜ້າທີ່ໃນຄັ້ງນີ້ ເພື່ອເປັນການສືບຕໍ່ຮັກສາມູນເຊື້ອສາຍພົວພັນອັນດີງາມທີ່ສອງພັກສອງລັດ ລາວ-ກູບາ ໄດ້ສ້າງມາ ໃຫ້ຍິ່ງຂຶ້ນກວ່າເກົ່າ ແລະ ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງພັກລັດຖະ ບານກູບາທີ່ໄດ້ຊ່ວຍເຫລືອ ສປປລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ບໍ່ວ່າເປັນທາງດ້ານກະສິກໍາ, ທາງດ້ານສາທາ ແລະ ດ້ານອື່ນໆ ພ້ອມທັງແຈ້ງໃຫ້ຮູ້ກ່ຽວກັບຄວາມເປັນມາຂອງສະມາຄົມມິດຕະພາບລາວ-ກູບາໂດຍສັງເຂບ.
​ທ່ານ ນາງ Enna Esther Viant Valdes ກໍໄດ້ກ່າວສະແດງຄວາມຂອບໃຈທີ່ທ່ານ ຮອງປະທານສະ ພາແຫ່ງຊາດ ໄດ້ເສຍສະຫລະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບ ແລະ ເຫັນດີຕໍ່ຄໍາຄິດຄໍາເຫັນທີ່ທ່ານ ຮອງປະທານ ສະພາແຫ່ງຊາດ ໄດ້ກ່າວມາ ແລະ ພ້ອມທີ່ຈະປະຕິບັດໜ້າທີ່ໃນຖານະນັກການທູດໃຫ້ດີທີ່ສຸດ ພ້ອມທັງແຈ້ງໃຫ້ຮູ້ ກ່ຽວກັບແຜນການຊ່ວຍເຫລືອໃນອະນາຄົດ ແມ່ນຈະສຸມໃສ່ຂົງເຂດການສຶກສາ ພ້ອມທັງແຈ້ງໃຫ້ຮູ້ໃນອະນາຄົດ ໃກ້ໆນີ້ ປະທານປະເທດກູບາ ແລະ ສະມາຄົມກູບາ-ລາວ ຈະມອບຫລຽນໄຊ ແລະ ໃບຍ້ອງຍໍໃຫ້ແກ່ສະມາຄົມມິດ ຕະພາບລາວ-ກູບາ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)