ຮອງປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດ ສ.ເກົາຫຼີ

ມ.ຖ. 15, 2026

(ສພຊ) – ວັນສຸກທີ 12 ມິຖຸນາ 2026, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປລາວ ເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດ ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປລາວ.
ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ກ່າວສະແດງຄວາມຊົມເຊີຍ, ຕີລາສຄາສູງ ແລະ ອວຍພອນທ່ານເອກອັກຄະລັດຖະທູດ ທີ່ໄດ້ຫ້າວຫັນເຄື່ອນໄຫວການທູດຂອງຕົນຢູ່ ສປປລາວ ໂດຍມີຜົນສຳເລັດຫຼາຍດ້ານ, ເປັນຜູ້ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືດ້ານຕ່າງໆ ລະຫວ່າງ ສ.ເກົາຫຼີ ແລະ ສປປລາວ ຕະຫຼອດໄລຍະເກືອບ 4 ປີ ທີ່ປະຕິບັດໜ້າທີ່ຢູ່ ສປປລາວ, ອັນໄດ້ເຮັດໃຫ້ການພົວພັນລະຫວ່າງລັດຖະບານສອງປະເທດ ກໍຄືປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເຊັ່ນ: ການເເລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົວພັນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ເຊິ່ງ ສ.ເກົາຫຼີ ກໍເປັນປະເທດທີ່ຢືນຢູ່ປະເທດອັນດັບຕົ້ນໃນຈຳນວນປະເທດທີ່ມາລົງທຶນຢູ່ ສປປລາວ; ນອກນັ້ນ, ສອງປະເທດຍັງມີການພົວພັນດ້ານແຮງງານ, ທ່ອງທ່ຽວ, ການພັດທະນາຊົນນະບົດ ແລະ ອື່ນໆ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່, ສືບຕໍ່ຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດໃນຕໍ່ໜ້າ.
ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ສະແດງຄວາມຂອບໃຈຕໍ່ການນຳຂັ້ນຕ່າງໆຂອງ ສປປລາວ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ, ສະໜັບສະໜູນການເຄື່ອນໄຫວຂອງສະຖານທູດ ສ.ເກົາຫຼີ ຕະຫຼອດໄລຍະຜ່ານມາ; ທ່ານຍັງໄດ້ຕີລາຄາການພົວພັນລະຫວ່າງສອງອົງການນິຕິບັນຍັດຂອງ 2 ປະເທດ ໂດຍໄດ້ມີການແລກປ່ຽນຜູ້ແທນສອງອົງການນິຕິບັນຍັດຂອງ 2 ປະເທດ. ນອກນັ້ນ, ທ່ານທູດຍັງໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການແຕ່ງຕັ້ງຄະນະມິດຕະພາບລັດຖະສະພາ ລາວ-ເກົາຫຼີ ແລະ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສ.ເກົາຫຼີ ແລະ ສປປລາວ ຈົ່ງສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໄປ.