loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ຕ້ອນຮັບລັດຖະມົນຕີກະຊວງການຟື້ນຟູຍີ່ປຸ່ນ

ມ.ກ. 11, 2024 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 11 ມັງກອນ 2024 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຊຶຈິຢະ ຊິນະໂກະ (TSUCHIYA Shinako) ລັດຖະມົນຕີກະຊວງການຟື້ນຟູ, ປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ໂອກາດນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງທ່ານ ນາງ ຊຶຈິຢະ ຊິນະໂກະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ; ທ່ານໄດ້ສະແດງຄວາມເຫັນໃຈຕໍ່ລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນ ໃນເຫດການແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນໃນຕົ້ນເດືອນມັງກອນທີ່ຜ່ານມາ, ອັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ.
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດ ແລະ ຊົມເຊີຍຜົນການພົບປະລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຄັ້ງນີ້. ເວົ້າລວມ, ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ຍີ່ປຸ່ນ ໃນໄລ ຍະຜ່ານມາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນເປັນປົກ ກະຕິ; ພ້ອມນັ້ນທ່ານຍັງໄດ້ແຈ້ງສະພາບການກ່ຽວກັບ ສປປລາວ, ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ແລະ ແຈ້ງໃຫ້ຮັບຊາບໃນປີ 2024 ສປປລາວ ຈະເປັນປະທານອາຊຽນ, ສະພາແຫ່ງຊາດລາວ ກໍຈະເປັນປະທານໄອປາ ແລະ ຂໍສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ຈະສືບຕໍ່ໃຫ້ການສະໜັບໜູນ ສປປລາວ ໃນການເປັນປະທານອາຊຽນໃນຄັ້ງນີ້. ນອກນັ້ນ ທັງສອງຝ່າຍຍັງໄດ້ຕົກລົງເປັນເອກະພາບນຳກັນວ່າ ໃນໂອກາດສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2025 ທີ່ຈະມາເຖິງ, ສອງຝ່າຍຈະມີກິດຈະກຳຮ່ວມກັນເພື່ອເສີມສ້າງມິດຕະພາບທີ່ເປັນມູນ ເຊື້ອລະຫວ່າງປະຊາຊົນສອງຊາດ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານສະພາແຫ່ງຊາດລາວ ໄປຍັງປະທານສະພາຜູ້ແທນລາຊະດອນຂອງຍີ່ປຸ່ນ ແລະ ອວຍພອນໄຊໃຫ້ທ່ານ ນາງ ຊຶຈິຢະ ຊິນະໂກະ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປລາວ ຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ຈາກນັ້ນ, ທ່ານ ນາງ ຊຶຈິຢະ ຊິນະໂກະ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງໃຫ້ຊາບໃນການມາເຄື່ອນໄຫວເຮັດວຽກຢູ່ ສປປລາວ ໃນເທື່ອນີ້ ແລະ ຜົນສຳເລັດໃນການພົບປະເຮັດວຽກກັບຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍເຫຼືອ ສປປລາວ ໃນການເປັນປະທານອາຊຽນ ແລະ ປະທານໄອປາ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ. ອວຍພອນໃຫ້ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປລາວ; ແລະ ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)