(ສພຊ) ໃນຕອນເຊົ້າວັນທີ 10 ພຶດສະພາຜ່ານມາ, ທີ່ສະພາແຫ່ງຊາດລາວ, ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ໂມຣີ ເຮເຈວາເລຍ ເບມູເດຣ (Maury Hechevarria Bermudez) ຮອງລັດຖະມົນຕີກະຊວງກະສິກຳ ຂອງ ສ.ກູບາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ພົບປະເຮັດວຽກຮ່ວມກັບ ກະຊວງກະຊິກໍາ ແລະ ປ່າໄມ້ ສປປລາວ ໃນລະຫວ່າງວັນທີ 6-11 ພຶດສະພາ 2023.

ໂອກາດດັ່ງກ່າວ ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ພາກພູມໃຈທີ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປລາວ ຂອງສະຫາຍ ໂມຣີ ເຮເຈວາເລຍ ເບມູເດຣ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວ ພັນມິດຕະພາບອັນເປັນມູນເຊື້ອດີງາມ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການຕໍ່ສູ້ປົກປ້ອງໝາກຜົນອັນຍິ່ງໃຫຍ່ ຂອງການປະຕິວັດກູບາ ໂດຍສະເພາະພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດກູບາ ເຮັດໃຫ້ ສ.ກູບາ ໄດ້ຮັບການພັດທະນາຮອບດ້ານ ແລະ ຕໍ່ເນື່ອງ. ຕະຫຼອດໄລຍະຫຼາຍທົດສະວັດຜ່ານມາ, ປະຊາຊົນກູບາ ບໍ່ພຽງແຕ່ສາມາດປົກປັກຮັກສາລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງຕົນໄວ້ໄດ້ຢ່າງໝັ້ນຄົງເທົ່ານັ້ນ, ແຕ່ຫາກຍັງສາມາດພັດທະນາປະເທດ ໃຫ້ນັບມື້ເຂັ້ມແຂງ ແລະ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ເຮັດໃຫ້ຖານະບົດບາດ ຂອງກູບາ ເປັນທີ່ຍອມຮັບຈາກເພື່ອນມິດສາກົນ ແລະ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ທ່ານຮອງປະທານສະພາແຫ່ງຊາດ ພາກພູມໃຈ ທີ່ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ກູບາ, ກູບາ-ລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ສະແດງອອກໃນການແລກປ່ຽນຢ້ຽມຢາມ ລະຫວ່າງການນຳຂັ້ນສູງຂອງສອງປະເທດ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍຕາມ ແຕ່ຍັງໄປມາຫາສູ່ກັນ ປົກ ກະຕິ, ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ການຮ່ວມມືໄດ້ຮັບການເສີມຂະຫຍາຍໃນຫຼາຍຂົງເຂດ ເປັນ ຕົ້ນແມ່ນດ້ານການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ການແລກປ່ຽນສິລະປະວັດທະນະທຳ. ນອກຈາກນີ້, ສະຫາຍຮອງປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນ ກູບາ ໃນການຊ່ວຍເຫຼືອອັນໃຫຍ່ຫຼວງລ້ຳຄ່າ ແລະ ຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາປະເທດຊາດໃນປັດຈຸບັນ ແລະ ໄດ້ແຈ້ງໃຫ້ຮູ້ສະພາບຄວາມເປັນມາ ແລະ ການເຄື່ອນ ໄຫວ ຂອງສະມາຄົມມິດຕະພາບ ລາວ-ກູບາ ພ້ອມທັງສະເໜີສະຫາຍ ໂມຣີ ເຮເຈວາເລຍ ເບມູເດຣ ໃຫ້ມີຄໍາເຫັນຊຸກຍູ້ຕື່ມ ຕໍ່ການເຄື່ອນໄຫວຂອງສະມາຄົມມິດຕະພາບ ສອງຝ່າຍ ລາວ ແລະ ກູບາ ເພື່ອເຮັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ.

ສະຫາຍ ໂມຣີ ເຮເຈວາເລຍ ເບມູເດຣ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງທີ່ສະຫາຍ ຮອງປະທານສະພາແຫ່ງຊາດລາວ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງໃຫ້ຮູ້ກ່ຽວກັບການພົບປະເຮັດວຽກຮ່ວມກັບກະຊວງກະສິກໍາ ແລະ ປ່າໄມ້ ສປປລາວ ເຊິ່ງສອງຝ່າຍກໍເປັນເອກະພາບຈະເພີ່ມທະວີການຮ່ວມມືທາງດ້ານກະສິກໍາ ໂດຍສະເພາະປູກເຂົ້າ ແລະ ຄົ້ນຄວ້າແນວພັນເຂົ້າຂອງລາວ ເພື່ອນຳໄປປູກຢູ່ ສ.ກູບາ. ພ້ອມທັງເຫັນດີຈະສືບຕໍ່ ການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ສອງຝ່າຍ ລາວ ແລະ ກູບາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)