(ສພຊ) ໃນຕອນບ່າຍຂອງວັນທີ 3 ພຶດສະພາ 2023 ທີ່ສະພາແຫ່ງຊາດ ແຫ່ງ ສປປລາວ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລີ ອິນ ຍອງ (Lee In Young) ປະທານຄະນະລັດຖະສະພາເດັກ, ພົນລະເມືອງ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມພົບປະເຮັດວຽກຢູ່ ສປປລາວ ຢ່າງເປັນທາງການ.

ໂອກາດດັ່ງກ່າວ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ລີ ອິນ ຍອງ ພ້ອມຄະນະ ເຊິ່ງເປັນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ປະກອບສ່ວນເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ສ.ເກົາຫຼີ ທີ່ມີມູນເຊື້ອດີງາມ ພວມໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນລະດັບຂັ້ນສູງ ນໍາກັນ ພິເສດ, ທ່ານປະທານປະເທດ ແຫ່ງ ສປປລາວ ຢ້ຽມຢາມ ສ.ເກົາຫຼີ ປີ 2013 ແລະ ປະທານາທິບໍດີ ສ.ເກົາຫຼີ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປລາວ ໃນເດືອນກັນຍາ 2019. ສອງປະເທດ ໄດ້ມີການຮ່ວມມືທີ່ດີທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ກິລາ ແລະ ອື່ນໆ. ການລົງທຶນຂອງ ສ.ເກົາຫຼີ ຢູ່ ສປປລາວ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຂອງຕ່າງປະເທດ ເປັນຕົ້ນລົງທຶນໃນຂະແໜງພະລັງງານໄຟຟ້າ, ການກໍ່ສ້າງ, ການບໍລິການ, ກະສິກຳ, ອຸດສາຫະກໍາ ແລະ ຫັດຖະກໍາ, ການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ທະນາຄານ ແລະ ອື່ນໆ; ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ແລະ ຕໍ່ເນື່ອງ ເຊິ່ງສະແດງອອກມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນລະດັບ ປະທານສະພາແຫ່ງຊາດ, ລະດັບປະທານກໍາມາທິການ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ສ.ເກົາຫຼີ. ພ້ອມນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ສະເໜີໃຫ້ ສອງອົງການນິຕິບັນຍັດຂອງສອງປະເທດ ສືບຕໍ່ພົວພັນຮ່ວມມື ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນລະດັບຂັ້ນສູງນຳກັນເປັນປົກກະຕິ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ, ຂໍ້ຕົກລົງຕ່າງໆທີ່ ສອງລັດຖະບານ ໄດ້ລົງນາມນຳກັນ. ຖືໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ຂອງ ສປປລາວ; ຊຸກຍູ້ໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວຂອງ ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ.

ທ່ານ ລີ ອິນ ຍອງ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງທີ່ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ສະຫຼະ ເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງໃຫ້ຮູ້ກ່ຽວກັບການພົບປະເຮັດວຽກຮ່ວມກັບສອງກໍາມາ ທິການຄື ກໍາມາທິການການຕ່າງປະເທດ ແລະ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມທັງເຫັນດີນໍາຄໍາຄິດເຫັນຂໍ້ສະເໜີຕ່າງໆຂອງຝ່າຍລາວ ແລະ ຈະນໍາເອົາໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບຕໍ່ປະຕິບັດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ລີ ອິນ ຍອງ ແຈ້ງໃຫ້ທ່ານ ຮອງປະທານສະພາແຫ່ງຊາດ ຊາບຈຸດປະສົງຂອງການຢ້ຽມຢາມ ແມ່ນເປັນການສືບຕໍ່ແລກປ່ຽນການຢ້ຽມຢາມກັນ ລະຫວ່າງ ອົງການນິຕິບັນຍັດ ແລະ ທັງເປັນການແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດ ສ.ເກົາຫຼີ ຈະເປັນເຈົ້າພາບກອງປະຊຸມລັດຖະສະພາອາຊີປາຊີຟິກ ວ່າດ້ວຍການຮັກສາສິ່ງແວດລ້ອມ ຄັ້ງທີ 20 (APPCED-20) ຢູ່ເຊອູນ ສ.ເກົາຫຼີ. ສະນັ້ນ, ຈຶ່ງສະແດງຄວາມຫວັງວ່າຈະໄດ້ຕ້ອນຮັບຄະນະຜູ້ແທນຈາກ ສະພາແຫ່ງຊາດລາວ ເຂົ້າຮ່ວມ ສ່ວນບັດເຊີນທາງການໄດ້ສົ່ງຜ່ານທາງການທູດ. ພ້ອມຕີລາຄາໃຫ້ເຫັນວ່າການທີ່ໂລກ ແລະ ພາກພື້ນປະເຊີນນຳກັນການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ແມ່ນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມຂອງໂລກ. ນອກຈາກນີ້, ຫົວໜ້າຄະນະ ຍັງຢືນຢັນຈະນຳເອົາຄໍາເຫັນຂອງທ່ານ ຮອງປະທານສະພາແຫ່ງຊາດລາວ ໄປລາຍງານໃຫ້ການນຳຂອງສະພາແຫ່ງຊາດເກົາຫຼີ ຊາບ ແລະ ເຊື່ອໝັ້ນວ່າ ຄະນະຜູ້ແທນ ສ.ເກົາຫຼີ ຈະເຂົ້າຮ່ວມກອງປະຊຸມ AIPA-45 ທີ່ ສປປລາວ ເປັນເຈົ້າພາບໃນປີ 2024.

ໃນວັນດຽວກັນ ທ່ານ ລີ ອິນ ຍອງ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກຮ່ວມກັບທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ປະທານຄະນະມິດຕະພາບລັດຖະສະພາລາວ-ສ.ເກົາຫຼີ ເຊິ່ງທັງສອງຝ່າຍ ໄດ້ຢືນຢັນສາຍພົວພັນມິດຕະພາບສອງປະເທດ ແລະ ສອງອົງການນິຕິບັນຍັດ. ພ້ອມນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບແຜນການຢ້ຽມຢາມ ສ.ເກົາຫຼີ ຂອງປະທານຄະນະມິດຕະພາບ ລັດຖະສະພາລາວ-ສ.ເກົາຫຼີ ໃນທ້າຍເດືອນພຶດສະພາ 2023 ນີ້ ເຊິ່ງຫົວໜ້າຄະນະຜູ້ແທນ ສ.ເກົາຫຼີ ໄດ້ຢືນຢັນຈະຊຸກຍູ້ຕາມພາລະບົດບາດຂອງຕົນເພື່ອໃຫ້ການເຄື່ອນໄຫວໄດ້ຮັບຜົນສຳເລັດຢ່າງຈົບງາມ.



(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)