


ການລົງຕິດຕາມກວດກາໃນຄັ້ງນີ້ ແມ່ນລົງຕິດຕາມກວດກາຜົນກະທົບຈາກກິດຈະກຳຂອງສູນ ເຊິ່ງໃນນັ້ນ, ມີຫລາຍກິດຈະກຳທີ່ສູນໄດ້ຈັດຕັ້ງປະຕິບັດແຕ່ປັດຈຸບັນກິດຈະກຳທີ່ຈັດຕັ້ງປະຕິບັດມີການລ້ຽງໄກ່ພັນໄຂ່, ກາຍລ້ຽງງົວ, ການກ້າເບ້ຍໄມ້ ແລະ ຍັງມີການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ທີ່ສົນໃຈດ້ານກະສິກຳ.


ຜ່ານການລົງຕິດຕາມກວດກາເຫັນວ່າ ບັນຫາຫລັກໆຂອງສູນທີ່ມີຜົນກະທົບຕໍ່ກັບຊຸມຊົນແມ່ນເລື່ອງກິ່ນເໝັນຈາກມູນສັດ, ເຊິ່ງສົ່ງກິ່ນໄປບໍບິເວນກວ້າງ ເຮັດໃຫ້ການດຳລົງຊີວິດຂອງພໍ່ແມ່ປະຊາຊົນມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ທາງສະພາປະຊາຊົນແຂວງ ກໍ່ຄືຄະນະກຳມະການ ໄດ້ສະເໜີໃຫ້ທາງສູນປັບປຸງແກ້ໄຂບັນຫາດັ່ງກ່າວໂດຍການເຮັດອ່າງບຳບັດ ແລະ ແປຮູບມູນສັດໃຫ້ເປັນປຸຍ ເພື່ອຫລຸດຜ່ອນ ບັນຫາດັ່ງກ່າວ.

ຂ່າວ ແລະ ພາບ : ແຂກ ເພັດໜູພັນ