


ການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມເຍົາວະຊົນ-ໄວ ໜຸ່ມອາຊີ ຄັ້ງທີ 26 ທີ່ ສປປລາວ ເປັນເຈົ້າພາບ ເຊິ່ງເປັນຄັ້ງປະຫວັດສາດ ຈະດໍາເນີນການແຂ່ງຂັນ ລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນ ຫຼວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ ໂດຍມີນັກກິລາຈາກ 17 ປະເທດ ແລະ ເຂດແຄວ້ນ 160 ກວ່າຄົນ ເຂົ້າຮ່ວມຊີງໄຊ ໃນ 11 ລາຍການ ຂະນະທີ່ ສປປລາວ ເຈົ້າພາບ ສົ່ງນັກກິລາເຂົ້າຮ່ວມ ຈຳນວນ 16 ຄົນ ໃນ 10 ຈາກ 11 ລາຍການ ທີ່ບັນຈຸແຂ່ງຂັນ.

ການແຂ່ງມີທັງໝົດ 11 ລາຍການຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ 4 ລາຍການ ປະເພດດ່ຽວຍິງ-ຊາຍ, ທີມຍິງ-ຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ ມີ 7 ລາຍການ ປະເພດດ່ຽວຍິງ-ຊາຍ ຄູ່ຍິງ-ຊາຍ ຄູ່ປະສົມ ແລະ ທີມຍິງ-ຊາຍ ໃນນີ້ ສຳລັບນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ກາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອູຊະເບກິສະຖານ ແລະ ສປປລາວ.


(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)