


ວັນທີ 22 ກໍລະກົດ 2026 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື, ທ່ານ ນາງ ພອນເພັດ ອຸ່ນແກ້ວ, ຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ, ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈໍາ, ຄະນະກໍາມະການ, ຄະນະຫ້ອງວ່າການ ສະພາປະຊາຊົນແຂວງ, ອົງການກວດກາລັດ, ສານປະຊາຊົນ, ໄອຍະການປະຊາຊົນ, ພະແນກຍຸຕິທໍາ, ກອງບັນຊາການ ປກສ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ພອນເພັດ ອຸ່ນແກ້ວ ໄດ້ມີຄໍາເຫັນວ່າ: ການລົງມາຕິດຕາມກວດກາໃນຄັ້ງນີ້ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ໃນຂົງເຂດວຽກງານກົດໝາຍ ແລະ ຍຸຕິທຳ ກໍຄືການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ໂດຍສະເພາະແມ່ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 174/ສພຊ ແລະ 175/ສພຊ, ລົງວັນທີ 21 ພະຈິກ 2025 ວ່າ ດ້ວຍ ການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2025 ແລະ ທິດທາງ ປີ 2026 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ລວມທັງການຕິດຕາມກວດກາການປະຕິບັດພາລະບົດບາດຂອງອົງການ ດໍາເນີນຄະດີຕາມຂະບວນຍຸຕິທຳ, ອົງການສືບສວນ-ສອບສວນ, ບໍ່ວ່າ ຈະເປັນອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍວ້າດ້ວຍການດໍາເນີນຄະດີອາຍາ, ອົງການໄອຍະການປະ ຊາຊົນ, ສານປະຊາຊົນ ແລະ ອົງການປະຕິບັດຄໍາຕັດສີນຂອງສານ; ກອງປະຊຸມໄດ້ຮັບຟັງ ການລາຍງານການເຄື່ອນໄຫວວຽກງານໂດຍສັງເຂບຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອຕັ້ງ ທີ 17 ແຂວງ ອັດຕະປື; ການສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ທີ່ຕິດພັນກັບພາລະບົດບາດ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກຍຸຕິທຳ, ອົງການກວດກາລັດ ແລະ ຫ້ອງວ່າການປົກຄອງແຂວງ; ພ້ອມກັນນັ້ນ, ໄດ້ປຶກສາຫາລື ແລກປ່ຽນຄຳຄິດເຫັນ ຊຶ່ງກັນ ແລະ ກັນ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານ ແລະ ການປັບປຸງກົນໄກປະສານງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດ້ວຍບາດກ້າວໃໝ່ ທີ່ດີກວ່າເກົ່າ, ພ້ອມທັງເກັບກຳຂໍ້ມູນສະພາບກ່ຽວກັບການເຄື່ອນໄຫວ ວຽກງານຂອງ ອົງການດໍາເນີນຄະດີ ຕາມຂະບວນຍຸຕິທຳ ແລະ ພາກສ່ວນກ່ຽວ ຂ້ອງ ໃນຂົງເຂດຄວາມຮັບຜິດຊອບຂອງກຳມາທິການກົດໝາຍ ແລະຍຸຕິທຳ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄຂຂຶ້ນໃນຕໍ່ໜ້າ.
(ວິນັດ)

