#ຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ກ.ກ. 27, 2026

      ວັນທີ 23 ກໍລະກົດ 2026 ຜ່ານມານີ້, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງຕິດຕາມ, ກວດກາ ການຈັດຕັ້ງວຽກງານດ້ານກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2026 ຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
            ການລົງເຮັດວຽກໃນຄັ້ງນີ້, ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ໃນຂົງເຂດວຽກງານກົດໝາຍ ແລະ ຍຸຕິທຳ ລວມທັງຜົນການຈັດຕັ້ງປະຕິບັດວຽກວິຊາສະເພາະ ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ, ສານປະຊາຊົນ, ອົງການໄອຍະການ, ພະແນກຍຸຕິທໍາ, ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ອົງການກວດກາລັດແຂວງ. ນອກຈາກນັ້ນ ຍັງໄດ້ພ້ອມກັນແລກປ່ຽນຄໍາເຫັນ ແລະ ຖອດຖອນບົດຮຽນ ຢ່າງມີຈຸດສຸມ ເຊິ່ງເຫັນໄດ້ຫຼາຍບັນຫາທີ່ເກີດຂຶ້ນຢູ່ໃນທ້ອງຖິ່ນ ແລະ ຍັງມີຄວາມຕ້ອງການຫຼາຍໆຢ່າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂ ໃຫ້ເປັນລະບົບຄົບຊຸດ ແລະ ຍົກລະດັບປະສິດທິຜົນວຽກງານດ້ານກົດໝາຍ ແລະ ຍຸຕິທໍາໃນທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
          ໃນໂອກາດນີ້, ທ່ານນາງ ພອນເພັດ ອຸ່ນແກ້ວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບໃຫ້ມີຜົນສໍາເລັດ ແລະ ຮັບປະກັນປະສິດທິພາບ. ເຊິ່ງຂໍ້ມູນທີ່ໄດ້ຮັບຈະເປັນບ່ອນອີງໃນການຄົ້ນຄວ້າ ແລະ ສະໜອງໃຫ້ຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນໃນກອງປະຊຸມສະພາແຫ່ງຊາດ ກ່ຽວກັບວາລະການເຄື່ອນໄຫວວຽກງານ ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່່ກ່ຽວຂ້ອງໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ພ້ອມທັງເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ມີມາດຕະການແກ້ໄຂ.
#ໂດຍ: ນາລີວັນ.