

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ແລກປ່ຽນຄໍາຄິດຄຳເຫັນນຳກັນຢ່າງກົງໄປກົງມາ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ແລະ ບໍ່ຂາດໄລຍະ ບົນພື້ນຖານການເປັນຄູ່ຮ່ວມມື ແບບກວມລວມ ລະຫວ່າງ ສປປລາວ ແລະ ສ.ອາເມລິກາ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ລາວ ແລະ ອາເມລິກາ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງປຶກສາຫາລືທິດທາງແຜນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ໃນຕໍ່ໜ້າ.

ໃນຕອນທ້າຍ, ທ່ານ ດຣ. Ami Bera ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນແກ່ຝ່າຍລາວໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິບັນຍັດ ສ.ອາເມລິກາ ແລະ ສປປລາວ ໃຫ້ໄດ້ຮັບໝາກຜົນດີຂຶ້ນເລື້ອຍໆ.