ຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ແລກປ່ຽນບົດຮຽນ

ພ.ຈ. 16, 2026

        (ສພຊ) – ກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ສສ.ຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດ ສປປລາວ ຄັ້ງທີ XIII ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ພະຈິກ 2026 ທີ່ນະຄອນ ຫຼວງຮ່າໂນ້ຍ, ປະເທດຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ເລ ກວາງ ແໝ້ງ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ, ໂດຍການເຂົ້າຮ່ວມ ແລະ ມີຄຳເຫັນຂອງສະຫາຍ ໂດ໋ ວັນ ຈຽນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ມີສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສ.ຫວຽດນາມ, ບັນດາສະຫາຍຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຕາງໜ້າຫ້ອງວ່າການສະພາປະຊາຊົນຂັ້ນແຂວງ 18 ແຂວງຂອງລາວ, ຮອງຫົວໜ້າອົງການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນຂອງສອງຫ້ອງວ່າການສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

         ສະຫາຍ ເລ ກວາງ ແໝ້ງ ມີຄຳເຫັນວ່າ: ກອງປະຊຸມແລກປ່ຽນບົດຮຽນ ແລະ ກິດຈະກຳຕ່າງໆ ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ, ໄດ້ຖືກຜັດປ່ຽນກັນຈັດຂຶ້ນໃນທຸກໆ 2 ປີ ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ; ນີ້ແມ່ນເວທີສຳຄັນສຳລັບຜູ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດຂອງທັງສອງປະເທດ ເພື່ອໄດ້ຮຽນຮູ້ເຊິ່ງກັນແລະກັນ, ແບ່ງປັນປະສົບການ, ປະ ກອບສ່ວນເຂົ້າໃນການຍົກສູງຄຸນນະພາບຂອງວຽກງານເສນາທິການ ແລະ ຮັດແໜ້ນຄວາມສາມັກຄີທີ່ສະເໝີຕົ້ນສະເໝີປາຍ, ມິດຕະພາບແບບພິເສດລະຫວ່າງສອງສະພາແຫ່ງຊາດ ເວົ້າລວມ, ເວົ້າສະເພາະແມ່ນກົງຈັກຊ່ວຍວຽກຂອງສະພາແຫ່ງຊາດສອງປະເທດ. ໂດຍອີງໃສ່ໝາກຜົນຂອງກອງປະຊຸມແລກປ່ຽນບົດຮຽນ ຄັ້ງທີ XII ທີ່ໄດ້ຈັດຂຶ້ນຢູ່ແຂວງອຸດົມໄຊ, ສປປລາວ ໃນເດືອນມີນາ 2024, ກອງປະຊຸມຄັ້ງນີ້ ເປັນຄັ້ງທຳອິດນັບແຕ່ສະພາແຫ່ງຊາດຂອງທັງສອງປະເທດໄດ້ເລີ່ມປະຕິບັດພາລະບົດບາດຂອງສະພາແຫ່ງຊາດຊຸດໃໝ່, ເປັນໂອກາດໃຫ້ທັງສອງຫ້ອງວ່າການສະພາແຫ່ງຊາດ ໄດ້ປະເມີນຕີລາຄາຄືນໝາກຜົນຂອງການຮ່ວມມືໃນໄລຍະປີ 2024-2026 ແລະ ເອກະພາບທິດທາງແຜນການຮ່ວມມືໃນໄລຍະປີ 2026-2028.

        ສະຫາຍ ບຸນຈັນ ສີວົງພັນ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ-ລາວ ສະບັບປີ 2022 ແລະ ຜົນຂອງກອງປະຊຸມພົບປະແລກປ່ຽນບົດຮຽນ ຄັ້ງທີ XII ລະຫວ່າງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ປີ 2024 ທີ່ແຂວງອຸດົມໄຊ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ເພື່ອແລກ ປ່ຽນບົດຮຽນ, ຂໍ້ມູນຂ່າວສານ ເຊິ່ງກັນແລະກັນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດພາລະບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໃນການເປັນເສນາທິການທີ່ດີໃຫ້ແກ່ສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ, ທັງເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ແກ່ພະນັກງານ-ລັດຖະກອນຂອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລົງເລິກ ແລະ ສະໜິດສະໜົມກັນຫຼາຍຂຶ້ນກວ່າເກົ່າ.

          ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນສະເໜີບົດຕ່າງໆ ເປັນຕົ້ນ: ສະຫຼຸບຕີລາຄາການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໄລຍະປີ 2024-2026 ແລະ ທິດທາງແຜນການໄລຍະປີ 2026-2028 ຕິດພັນກັບການປັບປຸງພາລະບົດບາດຂອງຫ້ອງວ່າການສະພາແຫ່ງຊາດ, ແລກປ່ຽນບົດຮຽນຫົວຂໍ້ “ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນບຸກຄະລາກອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່”, ບົດຮຽນຫົວຂໍ້ “ການປ່ຽນແປງໃໝ່ການຈັດຕັ້ງປະຕິບັດ, ການເປັນເສນາທິການ, ການຮັບໃຊ້ໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດ ປະຈໍາທ້ອງຖິ່ນ”, ບົດຮຽນຫົວຂໍ້ “ການເປັນເສນາທິການ ດ້ວຍການຫັນເປັນດິຈິຕອນ, ການນໍາໃຊ້ປັນຍາປະດິດ (AI) ເພື່ອສ້າງຖານຂໍ້ມູນບັນທຶກເອກະສານ, ບັນທຶກກອງປະຊຸມ ແລະ ການພັດທະນາລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ ໃຫ້ມີຄວາມປອດໄພດ້ານຂໍ້ມູນຂ່າວສານ, ຮັບປະກັນປະສິດທິພາບໃນການຄຸ້ມຄອງ ແລະ ເຄື່ອນໄຫວວຽກງານຂອງຫ້ອງວ່າການສະພາແຫ່ງຊາດ”; ກອງປະຊຸມດໍາເນີນໃນບັນຍາກາດຟົດຟື້ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ບັນດາຜູ້ເຂົ້າ ຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ, ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄັ້ງນີ້ ຄົບຖ້ວນ, ສົມບູນ ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດການສືບຕໍ່ຍົກສູງການປະສານສົມທົບ, ການພົວພັນຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

                      (ນາງ ອານິຕາ ມ່ວນສະຫວັດ)