(ສພຊ) ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນສິງຫາ 2022 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 25-26 ສິງຫາຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານກຳມະການຄະນະປະຈໍາສະພາແຫ່ງຊາດ ແລະ ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2022 ດໍາເນີນໃນທ່າມກາງທີ່ບັນດາກົງຈັກເສນາທິການຂອງສະພາແຫ່ງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາເນື້ອໃນສໍາຄັນຕ່າງໆ ເປັນຕົ້ນ ບົດລາຍງານການຮຽບຮຽງກົດໝາຍ ຈໍານວນ 4 ສະບັບ ຄື: ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່); ກົດໝາຍວ່າດ້ວຍການປັບປຸງກົດໝາຍວ່າດ້ວຍສານປະຊາຊົນ; ກົດໝາຍວ່າດ້ວຍການແກ້ໄຂຄໍຮ້ອງທຸກ (ສະບັບປັບປຸງ); ບົດລາຍງານການກະກຽມບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ທົບທວນຄືນແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025; ບົດລາຍງານການຈັດຕັ້ງທາບທາມຄຳເຫັນຕໍ່ຮ່າງກົດໝາຍຂອງ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ;




(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)