

ໃນວັນທີ 28 ສິງຫາ 2026.ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ (ສພຂ) ອັດຕະປື ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ (ສພຊ) ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຫ້ອງວ່າການ ສພຂ ອັດຕະປື, ໂດຍການເຂົ້້າຮ່ວມຂອງທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ສພຂ, ມີທ່ານ ພົງສະຫວັນ ພົມມະວົງ ຫົວໜ້າຫ້ອງວ່າການ ສພຂ, ບັນດາທ່ານຫົວໜ້າຄະນະສະມາຊິກ ສພຂ ປະຈໍາເຂດເລືອກຕັ້ງເມືອງ, ຄະນະກໍາມະການ, ຄະນຫ້ອງວ່າການ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານພາຍໃນ ສພຂ ເຂົ້າຮ່ວມ.ໃນໂອກາດນີ້, ທ່ານ ພົງສະຫວັນ ພົມມະວົງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການ ສພຂ ໃນໄລຍະຜ່ານມາ. ໂດຍສະເພາະ ການປັບປຸງກົງຈັກການຈັດຕັ້ງ, ການສຶກສາອົບຮົມການເມືອງ-ແນວຄິດ, ການປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ແລະ ສະມາຊິກສະພາແຫ່ງຊາດ ນອກນີ້, ຍັງໄດ້ລະບຸເຖິງຜົນສຳເລັດໃນດ້ານ ວຽກງານວິຊາສະເພາະ ເຊັ່ນ: ວຽກງານສື່ມວນຊົນ ແລະ ໄອທີ, ຄຸ້ມຄອງເຄຫາສະຖານ, ຄຸ້ມຄອງພາຫະນະ ແລະ ອຸປະກອນຮັບໃຊ້, ການເງີນ, ການຕ່າງປະເທດ ແລະ ການປະສານງານພາຍໃນ ແລະ ພາຍນອກ. ພ້ອມດຽວກັນນັ້ນ, ຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ລະຫວ່າງ ຫ້ອງວ່າການ ສພຊ ແລະ ຫ້ອງວ່າການ ສພຂ ອັດຕະປື ໂດຍສະເພາະແມ່ນການຖອກຖອນບົດຮຽນກ່ຽວກັບ ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ຮູ້ທິດທາງໃນການປັບປຸງກົນໄກການເຮັດວຽກໃຫ້ມີຄວາມຄ່ອງໂຕ ແລະ ຕິດພັນກັບສະພາບຄວາມເປັນຈິງຫຼາຍຂຶ້ນ.ທ່ານ ບຸນຈັນ ສີວົງພັນ ຍັງໄດ້ມີທິດຊີ້ນໍາໂດຍໄດ້ເນັ້ນໜັກໃຫ້ຫ້ອງວ່າການສະພາປະຊາຊົນແຂວງເອົາໃຈໃສ່ສຶບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ດ້ານການເມືອງ-ແນວຄິດ, ຄົ້ນຄວ້າເຊື່ອມຊຶມນິຕິກຳ ແລະ ເກັບກຳສະພາບແນວຄິດພະນັກງານຢ່າງຕໍ່ເນື່ອງ, ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນພະນັກງານໃຫ້ຖືກກັບຄວາມຮູ້, ຄວາມສາມາດ ແລະ ປະສົບການ “ເລືອກວຽກໃຫ້ຖືກກັບຄົນ, ເລືອກຄົນໃຫ້ຖືກກັບວຽກ”, ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ ແລະ 3 ທິດນຳ ໃນການກໍ່ສ້າງ-ປັບປຸງພັກ, ຕ້ອງກຳແໜ້ນແນວທາງ, ກົດໝາຍ, ສະພາບຮາກຖານ, ມີລະບອບກົນໄກເຮັດວຽກແບບວິທະຍາສາດ, ຍາດແຍ່ງສະຕິປັນຍາລວມໝູ່ ແລະ ສະໜອງງົບປະມານ-ພາຫະນະຮັບໃຊ້ໃຫ້ພຽງພໍ, ຕ້ອງຮູ້ສ້າງແຜນ, ກຳຂໍ້ມູນ, ວິເຄາະ-ໄຈ້ແຍກບັນຫາ, ລາຍງານຢ່າງຖືກຕ້ອງ, ພາວະວິໄສ ແລະ ທັນເວລາ, ການສານງານຕ້ອງໄວ, ຊັດເຈນ, ທັນການ, ຮັບປະກັນຄວາມລັບ ແລະ ມີປະສົບການໃນການແລກປ່ຽນຂໍ້ມູນ, ເອົາໃຈໃສ່ປ້ອງກັນຄວາມສະຫງົບພາຍໃນ; ຄຸ້ມຄອງ, ປົກປັກຮັກສາ, ບູລະນະພື້ນຖານໂຄງລ່າງ, ຊັບສິນ, ພາຫະນະ ຂອງສຳນັກງານໃຫ້ເຂັ້ມງວດ, ປະຕິບັດກົນໄກຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດພາລະບົດບາດຢ່າງປົກກະຕິ; ເອົາໃຈໃສ່ລະບອບປະຊຸມ, ຕີລາຄາປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອລາຍງານຂັ້ນເທິງຢ່າງຕໍ່ເນື່ອງ. ຕອນທ້າຍ ທ່ານ ບຸນຈັນ ສີວົງພັນ ຍັງໄດ້ມອບ ຄອມພິວເຕີຕັ້ງໂຕະ ແລະ ເຄື່ອງພີມ ຈໍານວນ 1 ຊຸດ ໃຫ້ແກ່ຫ້ອງວ່າການສະພາປະຊາຊົນແຂວງຕື່ມອີກ. (ວິນັດ)

