ຫາລືແຜນການສ້າງ ແລະ ປັບປຸງກົດໝາຍ

ຕ.ລ. 27, 2025

(ສພຊ) – ວັນທີ 23 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາກ່ຽວກັບຮ່າງກົດໝາຍທີ່ກຳນົດໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ໂດຍການເປັນປະທານຂອງທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ມີບັນດາທ່ານຮອງປະທານກຳມາທິການ ສພຊ, ຮອງລັດຖະມົນຕີ 10 ກະຊວງ ແລະ 1 ອົງການ, ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ເຂົ້າຮ່ວມ.
ຈຸດປະສົງເພື່ອຮັບປະກັນໃຫ້ແກ່ການເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍຂອງກຳມາທິການກົດໝາຍ, ກຳມາທິການທີ່ກ່ຽວຂ້ອງ ແລະ ພາກສ່ວນທີ່ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແນໃສ່ເຮັດໃຫ້ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ແຕ່ປີ 2026-2030 ກໍຄືແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ມີຄວາມເໝາະສົມ, ຖືກຕ້ອງ ຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ທັງເປັນການຢັ້ງຢືນບັນດາຄວາມພ້ອມຂອງຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ໃຫ້ສຳເລັດຕາມແຜນການ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ທີ່ຜ່ານການຄົ້ນຄວ້າ, ສັງລວມໜັງສືສະເໜີ ແລະ ການຢັ້ງຢືນຄວາມກຽມພ້ອມຂອງບັນດາອົງການທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍ ເຊິ່ງມີກົດໝາຍ 90 ສະບັບ, ໃນນີ້ ສ້າງໃໝ່ 20 ສະບັບ; ປະກອບຄໍາເຫັນຕໍ່ການກະກຽມຄວາມພ້ອມຂອງຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ຕະຫຼອດອາຍຸການຂອງສະພາແຫ່ງຊາດ ຊຸດທີ IX ສາມາດສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ, ໃນນັ້ນ ສ້າງໃໝ່ 24 ສະບັບ, ພິເສດ ຍັງໄດ້ຄົ້ນຄວ້າປັບປຸງ ແລະ ສະເໜີກອງປະຊຸມສະໄໝວິສາມັນເທື່ອທີ 2 ພິຈາລະນາຮັບຮອງເອົາລັດຖະທຳມະນູນ (ສະບັບປັບປຸງປີ 2025); ຮອດປັດຈຸບັນ ສປປລາວ ມີກົດໝາຍ 176 ສະບັບ.

(ນາງ ກຸກກິກ ບຸດດາໄຊ)