
ກອງປະຊຸມ ທາບທາມຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບ ໄດ້ສໍາເລັດຢ່າງເປັນທາງການ, ໃນຕອນເຊົ້າຂອງວັນສຸກ, ວັນທີ 5 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ 7 ເມືອງ, ແຂກເຊີນ ແລະ ຄະນະຮັບຜິດຊອບພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.




ຜ່ານການດໍາເນີນກອງປະຊຸມເປັນເວລາ 2 ວັນເຄິ່ງ, ບັນດາທ່ານຜູ້ແທນກອງປະຊຸມ ໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນຕາມສິດໜ້າທີ່ ແລະ ປະກອບຄໍາຄິດຄໍາເຫັນໃສ່ບັນດາເນື້ອໃນຂອງຮ່າງກົດໝາຍ ຈໍານວນ 11 ສະບັບ, ສ້າງໃໝ່ 5 ກົດໝາຍຄື: ກົດໝາຍວ່າດ້ວຍ ການຈັດຫາງານ, ກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍ ຫາຍຈາກລັດ, ກົດໝາຍວ່າດ້ວຍ ການປົກ ຄອງ, ກົດໝາຍວ່າດ້ວຍ ອາກອນທີ່ດິນ ແລະ ກົດໝາຍວ່າດ້ວຍ ສາທາລະນະສຸກ ແລະ ປັບປຸງ 6 ກົດໝາຍຄື: ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍ ການພິມຈຳໜ່າຍ, ກົດໝາຍວ່າດ້ວຍ ສານທະ ຫານ, ກົດໝາຍວ່າດ້ວຍ ສັດນ້ຳ ແລະ ການປະມົງ, ກົດໝາຍວ່າດ້ວຍ ສັດປ່າ ແລະ ກົດໝາຍວ່າດ້ວຍ ທະນາຄານທຸລະກິດ, ຕາມການສະເໜີ, ຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ ແລະ ບັນຫາອື່ນໆ ຢ່າງເປັນຂະບວນຟົດຟື້ນ ແລະ ມີຈຸດສຸມ ເຊິ່ງສະແດງອອກໃນຕະຫຼອດໄລຍະການດໍາເນີນກອງປະຊຸມບັນດາທ່ານຜູ້ແທນໄດ້ປະກອບຄໍາເຫັນ 110 ກວ່າຄັ້ງ, ມີ 131 ເທື່ອຄົນ.







