
ໃນຕອນເຊົ້າວັນທີ 24 ເມສາ ທີ່ຜ່ານມາ ກໍາມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມແນະນໍາການທາບທາມຄໍາເຫັນໃສ່ ຮ່າງກົດໝາຍ ຈໍານວນ 11 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX (ໃນຮູບແບບອອນລາຍ) ໂດຍນໍາໃຊ້ລະບົບຂອງບໍລິສັດສະຕາໂທລະຄົມ ໃນທົ່ວປະເທດ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ. ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ; ມີບັນດາທ່ານ ຮອງປະທານກໍາມາທິການ ສະພາແຫ່ງຊາດ, ປະທານ-ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ຂະນະທີ່ແຂວງ ເຊກອງມີ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ປະທານຄະນະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງ ເຊກອງ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

#ໂດຍ: ອາລົມດີ.