loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສໍາເລັດການລົງເຄື່ອນໄຫວພົບປະພໍ່-ແມ່ປະຊາຊາຊົນຜູ້ມີສິດເລືອກຕັ້ງ ຢູ່ເມືອງຫຼາ.

ສ.ຫ. 17, 2022 | ເຂດ 4 ອຸດົມໄຊ

ໃນລະຫວ່າງວັນທີ 11-14 ສິງຫາ 2022 ນີ້, ທ່ານ ດຣ ຄໍາຈັນ ໂສຕາປະເສີດ ກໍາມະການຄະນະປະຈໍາ-ປະທານກໍາມາທິການບັນດາເຜົ່່າ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ພ້ອມດ້ວຍທ່ານນາງ ໄລວອນ ຈັນທະລາ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫຼາ ແລະ ທ່ານ ສີພອນ ອິນຕະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ ໄດ້ສໍາເລັດການລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ສໍານັກງານເມືອງຫຼາ, ຈຸດບ້ານຫ້ວຍຫຼາ, ໂພນໄຊ, ສາມັກີໄຊ, ຫ້ວຍຊູ, ຕະນອງປໍ, ວັງວັນ ແລະ ບ້ານໜອງບົວ, ເຂົ້າຮ່ວມມີການນຳເມືອງ, ພະນັກງານຫຼັກແຫຼງອ້ອມຂ້າງເມືອງ, ສອງກໍາລັງ ທະຫານ-ຕໍ່າຫຼວດ, ມີນາຍບ້ານ, ອົງການຈັດຄັ້ງບ້ານ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.
 
ຈຸດປະສົ່ງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ອອກເປັນມະຕິຂອງກອງປະຊຸມ ແລະ ບົດສັງລວມຫຍໍ້ເນື້ອໃນກອງປະຊຸມ ເພື່ອສະເໜີໃຫ້ປະຊາຊົນ ຮັບຮູ້ ແລະ ມີຄວາມເຂົ້າໃຈ ວ່າກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນບັນຫາສໍາຄັນຫຍັງແດ່ ຂອງຊາດ , ຂອງແຂວງ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ທີ່ສັງຄົມໃຫ້ຄວາມສົນໃຈ.
ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄຳສະເໜີ ຂອງປະຊາຊົນ ທີ່ມີຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃນການຄຸ້ມຄອງບໍລິຫານລັດຂັ້ນຕ່າງໆ ຕໍ່ກັບຄໍາຄິດເຫັນດັ່ງກ່າວນັ້ນທາງ ສສຊ ແລະ ສສຂ ໄດ້ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ສະຫຼຸບສັງລວມ ສົ່ງໃຫ້ຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ມອບໃຫ້ຄະນະກໍາມະການ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາ ແລະ ແຈ້ງຕອບໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ການລົງເຄື່ອນໄຫວຄັ້ງນີ້ ຍັງໄດ້ມອບຄັວມພີວເຕີຕັ້ງໂຕະ 1 ເຄື່ອງໃຫ້ຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫຼາ ເພື່ອນໍາໃຊ້ເຂົ້າໃນວຽກງານຕື່ມອີກ.
ພາບ/ຂ່າວ: ແສງພອນ ອິນນະລົງ.