ໃນຕອນບ່າຍ ວັນທີ 03 ພຶດສະພາ 2023 ຜ່ານມານີ້, ຢູ່ທີ່ສະໂມສອນສະພາປະຊາຊົນແຂວງ ເຊກອງ ໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ ຈໍານວນ 04 ສະບັບ, ໂດຍການເປັນປະທານຂອງທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ ຈໍານວນ 04 ສະບັບຄື: ກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ຈາກອົງການທີ່ກ່ຽວຂ້ອງ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ມີຄໍາຄິດ, ຄໍາເຫັນແລກປ່ຽນຕາມຄໍາຖາມເຈະຈີ້ມຂອງທ່ານປະທານກອງປະຊຸມ ຕໍ່ອັນລວມ ແລະ ອັນສະເພາະ ໃນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 04 ສະບັບ ໃນຂັ້ນທ້ອງຖິ່ນຕົນຢ່າງກົງໄປກົງມາ ແລະ ມີຈຸດສຸມ.
ໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມ ກໍໄດ້ໃຫ້ກຽດໂອ້ລົມ ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ຮຽກຮ້ອງໃຫ້ບັນດາຄະນະກໍາມະການທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ບັນດາພະແນກການ-ຂະແໜງການຕ່າງໆ ປະຕິບັດໜ້າທີ່ວຽກງານຂອງຕົນຕາມກົດໝາຍ, ນິຕິກໍາໃຕ້ກົດໝາຍຢ່າງເຂັ້ມງວດ. ພ້ອມທັງ, ເພີ່ມທະວີການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ສອດຄ່ອງກັບກົດໝາຍ ແລະ ສະພາບເງື່ອນໄຂຕົວຈິງ ຕິດພັນກັບການປະສານງານເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ ໃຫ້ມີຄຸນນະພາບ, ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຕາມກົດໝາຍທີ່ກໍານົດໄວ້.