(ສພຊ) – ກອງປະຊຸມສໍາມະນາເນື້ອໃນກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຂອງກຳມາທິການເສດຖະກິດ ແລະ ການເງິນ (ກສງ) ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2026 ທີ່ໂຮງແຮມ ຮໍລິເດ ອິນ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ກັບທ່ານ ນາງ ເບນິຕາ ຊົມເມີວິລ (Benita Sommerville) ອຸປະທູດຈາກສະຖານທູດອົດສະຕຣາລີ ປະຈຳ ສປປລາວ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການ ແລະ ສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງ ກສງ, ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າອົງການມູນນິທິເອເຊຍ, ຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ (ສະບັບປັບປຸງ) ໃຫ້ຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ ກ່ອນຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ; ແນວໂນ້ມຄວາມປອດໄພທາງໄຊເບີ, ໄພຄຸກຄາມ ແລະ ຂອບນິຕິກຳໃນລະດັບພາກພື້ນ-ສາກົນ ຈາກຜູ້ຊ່ຽວຊານສາກົນຂອງອົງການມູນນິທິເອເຊຍ; ສະພາບຄວາມປອດໄພທາງໄຊເບີ, ຂອບນິຕິກຳ, ການບັງຄັບໃຊ້, ໄພຄຸກຄາມທາງອອນລາຍທີ່ເກີດຂຶ້ນເລື້ອຍໆ ພ້ອມທັງເຕັກນິກ Computer Forensics (ນິຕິວິທະຍາຄອມພິວເຕີ) ແລະ ການສືບສວນ-ສອບສວນຕາມມາດຕະຖານສາກົນ ຈາກບໍລິສັດ Cyberus Technologies. ຫຼັງຈາກນັ້ນ, ຜູ້ແທນໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ຮ່າງກົດໝາຍ ແລະ ບັນດາຫົວຂໍ້ທີ່ໄດ້ນໍາສະເໜີໃນກອງປະຊຸມ ກັບບັນດາຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ເນື້ອໃນຮ່າງກົດໝາຍດັ່ງກ່າວ ໃຫ້ມີຄວາມເປັນເອກະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດບັງຄັບໃຊ້ກົດໝາຍ ແລະ ຕອບສະໜອງໄດ້ກັບການຂະຫຍາຍຕົວຂອງເຕັກໂນໂລຊີໃນຍຸກດິຈິຕອນ.
ສໍາມະນາເນື້ອໃນຮ່າງກົດໝາຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ
