
(ສພຊ) ກອງປະຊຸມສໍາມະນາລະດົມຄວາມຄິດເຫັນໃສ່ຮ່າງປຶ້ມຄູ່ມື 3 ສະບັບຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ມິຖຸນາຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ມີບັນດາ ທ່ານຮອງປະທານກໍາມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ອະດີດການນໍາສະພາແຫ່ງຊາດ ຊຸດທີ VIII, ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ບັນດາທ່ານຊ່ຽວຊານສ້າງຮ່າງປຶ້ມຄູ່ມື ແລະ ບັນດາທ່ານຄະນະກົມ, ຕາງໜ້າອົງການ ເຮວວີຕັດ ແລະ ກອງເລຂາຊ່ວຍວຽກພ້ອມດ້ວຍແຂກຖືກເຊີນ.



ຈຸດປະສົງຂອງກອງປະຊຸມ ເພື່ອລະດົມແນວຄວາມຄິດເຫັນ ແລະ ສັງລວມດ້ານເນື້ອໃນເຂົ້າໃສ່ຮ່າງ ປຶ້ມຄູ່ມື 3 ສະບັບຂອງສະພາແຫ່ງຊາດໃຫ້ມີຄວາມສົມບູນ ແລະ ມີຄວາມສໍາເລັດ ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ມີທິດຊີ້ນໍາ; ສ້າງຄວາມເປັນເອກະພາບຮ່ວມກັນທາງດ້ານເນື້ອໃນຂອງການສ້າງຮ່າງປຶ້ມຄູ່ມື 3 ສະບັບດັ່ງກ່າວໃຫ້ມີປະສິດທິພາບ.

ກອງປະຊຸມໄດ້ຮັບຟັງການສະເໜີຮ່າງປຶ້ມຄູ່ມືລົງພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ຮ່າງຄູ່ມື ການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍ ແລະ ຮັບຟັງການສະເໜີຮ່າງປຶ້ມຄູ່ມືການພິຈາລະນາ ແລະ ແກ້ໄຂສາຍດ່ວນ ຈາກບັນດານັກວິທະຍາກອນ ຈາກນັ້ນ ຜູ້ແທນກອງປະຊຸມ, ຊ່ຽວຊານລັດຖະສະພາເຢຍລະມັນ (ຜ່ານທາງວິດີໂອທາງໄກ) ແລະ ບັນດາອະດີດການນໍາສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດ ຄໍາເຫັນໃສ່ຮ່າງປຶ້ມຄູ່ມືດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນ, ແທດເໝາະກັບການປະຕິບັດຕົວຈິງ.

ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນໃຫ້ທຶນຂອງອົງການ ເຮວວີຕັດ .
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)