

ກອງປະຊຸມ ໄດ້ຮັບຟັງການລາຍງານການພັດທະນາທ່າບົກ ຂອງ ສປປລາວ ແລະ ການຈັດຕັ້ງປະຕິບັດວຽກງານທ່າບົກ 3 ແຫ່ງ ທີ່ເປີດບໍລິການແລ້ວ ຈາກທ່ານ ປອ. ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ; ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານທ່າບົກ ຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໂດຍທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ການຄຸ້ມຄອງດ່ານກວດກາຄົນເຂົ້າ-ອອກເມືອງ ທີ່ຕິດພັນກັບວຽກງານທ່າບົກ ໂດຍທ່ານ ພັອ. ສາຍສະໝິງ ສິວີໄລ ຫົວໜ້າກົມຕຳຫຼວດກວດກາຄົນເຂົ້າ-ອອກເມືອງ, ທິດທາງການປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ ໂດຍທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ໂດຍທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ການປະຕິຮູບລັດວິສາຫະກິດໄຟຟ້າລາວ ຈາກທ່ານ ສຸລິວັດ ສຸວັນນະຈູມຄຳ ຫົວຫນ້າກົມ ຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແລະ ໄດ້ຮັບຟັງຄຳເຫັນຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານໄຟຟ້າ ໂດຍທ່ານ ຄຳມ່ວນ ຊົມສີຫາປັນຍາ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.

ໂອກາດດັ່ງກ່າວ, ທ່ານ ສົມມາດ ພົລເສນາ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ສະເໜີໃຫ້ລັດຖະບານ ກໍຄືຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ຮີບຮ້ອນສ້າງ, ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ຈະແຈ້ງ ແລະ ມີກົນໄກການປະສານງານທີ່ກົມກຽວ ລະຫວ່າງຂະແໜງການກ່ຽວຂ້ອງໃຫ້ເປັນລະບົບ, ປະເມີນກວດກາຄືນການພັດທະນາ ແລະ ກຳນົດຈຸດທີ່ຕັ້ງຂອງທ່າບົກ ໂດຍໃຫ້ສອດຄ່ອງກັບສະພາບພື້ນທີ່ຕົວຈິງຂອງແຕ່ລະຈຸດທ່າບົກທີ່ຈະພັດທະນາໃນຕໍ່ໜ້າ ພ້ອມທັງມີນະໂຍບາຍສົ່ງເສີມເພື່ອເປັນການດຶງດູດການລົງທຶນ ແລະ ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດຂົນສົ່ງເຂົ້ານໍາໃຊ້ບໍລິການທ່າບົກໃຫ້ຫຼາຍຂຶ້ນ ເພື່ອເປັນການຈັດເກັບລາຍຮັບເຂົ້າປະຕູດຽວ ແລະ ຕໍ່ກັບບົດລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ກ່ຽວກັບທິດທາງການປັບປຸງໂຄງສ້າງລາຄາໄຟຟ້າ, ການພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ, ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ແລະ ການປະຕິຮູບລັດວິສາຫະກິດໄຟຟ້າລາວ ສະເໜີໃຫ້ຄົ້ນຄວ້າ, ວິເຄາະ-ວິໄຈ ຢ່າງລົງເລິກ; ປັບປຸງໂຄງສ້າງລາຄາໄຟຟ້າ ໃນກຸ່ມທີ່ລັດຖະບານມີນະໂຍບາຍສົ່ງເສີມ ເປັນຕົ້ນຊົນລະປະທານ, ປູກຝັງ, ລ້ຽງສັດ-ປະມົງ, ໂຮງງານປຸງແຕ່ງກະສິກໍາ ທີ່ຕິດພັນກັບການຄໍ້າປະກັນສະບຽງອາຫານ ເຊິ່ງຕິດພັນກັບການດຳລົງຊີວິດ ແລະ ການແຂ່ງຂັນ ຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງປະເທດເຮົາ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ, ເອົາໃຈໃສ່ປະຕິບັດແຜນການຊົດເຊີຍຜົນກະທົບດ້ານສິ່ງແວດລ້ອມ, ສັງຄົມ-ທໍາມະຊາດ ໃນການສ້າງແລວສາຍສົ່ງໄຟຟ້າ; ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ກະຊວງກ່ຽວຂ້ອງ ນໍາໄປພິຈາລະນາປັບປຸງແກ້ໄຂໃຫ້ແທດເໝາະກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ.
ຈາກນັ້ນ, ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ບໍລິສັດ ທ່າບົກ-ວັງເຕົ່າ ຕື່ມອີກ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)