(ສພຊ) ໃນຕອນບ່າຍວັນທີ 3 ເມສາ 2023 ທີ່ກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບປື້ມ ໂດຍແມ່ນສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນໍາມາມອບໃຫ້ ສະພາແຫ່ງຊາດ ໂດຍຕາງໜ້າກ່າວມອບຂອງທ່ານ ໄຊຍະພອນ ອານຸລາດ ຜູ້ອໍານວຍການສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ. ພິດສະໄໝ ບຸນວິໄລ ຫົວໜ້າກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ.

ປື້ມທີ່ນໍາມາມອບໃນຄັ້ງນີ້ ມີຈໍານວນ 15 ຊຸດ (45 ຫົວ) ເຊິ່ງແຕ່ລະຊຸດ 15 ຫົວເລື່ອງຄື: ປື້ມແບບຮຽນປັດຊະຍາ ມາກ-ເລນິນ; ສື່ມວນຊົນ, ການສື່ສານ ທີ່ທັນສະໄໝ; ສື່ສານພັດທະນາສັງຄົມ, ວັດທະນະທຳ, ການທູດວັດທະນະທຳ; ພິທີການທູດ ພາກປະຕິບັດຕົວຈິງ; ການຄຸ້ມຄອງຂໍ້ມູນຂ່າວສານໃນສື່ສັງຄົມອອນລາຍ; ນະໂຍບາຍກົດໝາຍບັນຫາທິດສະດີ-ພຶດຕິກຳ; ການປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດ; ເພີ່ມທະວີວຽກງານ ການກໍ່ສ້າງພັກ ຢູ່ອົງການຂ່າວສານ; ບາງບັນຫາທິດສະດີ ແລະ ພຶດຕິກຳແຫ່ງການພັດທະນາປະເທດ; ການກໍ່ສ້າງຂອບມາດຕະຖານພື້ນຖານເສດຖະກິດຕະຫຼາດ; ກຳນົດທິດ, ວິທີແກ້ໄຂປົກປ້ອງພື້ນຖານແນວຄິດຂອງພັກ; ໂລກມີການປ່ຽນແປງ ແຕ່ແນວຄິດໂຮ່ຈິມິນ ຍັງຍືນຍົງ; ກົດໝາຍໃນສະພາບແວດລ້ອມການປະຕິບັດອຸດສາຫະກຳ 4.0; ແນວຄິດທິດສະດີ ກັບການປ່ຽນແປງໃໝ່-ພັດທະນາ ແລະ ວິສາຫະກິດສັງຄົມຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ.

ຫຼັງຈາກນັ້ນ, ກົມສື່ມວນຊົນ ຈະນໍາເອົາປຶ້ມທີ່ໄດ້ຮັບຄັ້ງນີ້ ມອບຕໍ່ໃຫ້ຫ້ອງສະໝຸດ ສະພາແຫ່ງຊາດ ເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອໃຫ້ຜູ້ທີ່ຕ້ອງການອ່ານ ແລະ ຄົ້ນຄວ້າຊອກຫາຂໍ້ມູນ ສາມາດເຂົ້າເຖິງໄດ້.
(ພາບ: ອານຸສອນ ພູມມີທອນ ແລະ ຂ່າວ: ນາງ ນິດຕາ ຄຸນປາກດີ)