loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສ້າງຄວາມເຂົ້າໃຈກ່ຽວກັບຊົນເຜົ່າທີ່ມີຊື່ເອີ້ນວ່າ “ບຣູ” ໃຫ້ແກ່ ສສຊ ໃນບັນດາແຂວງທີ່ມີແຊງດັ່ງກ່າວ

​ພ.ຈ. 8, 2018 | ຂ່າວກອງປະຊຸມ

(ສພຊ) ໃນວັນທີ 5 ພະຈິກ 2018, ກໍາມາທິການບັນດາເຜົ່າ (ກບຜ) ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມສໍາມະນາສ້າງຄວາມເຂົ້າໃຈກ່ຽວກັບຊົນເຜົ່າທີ່ມີຊື່ເອີ້ນວ່າ “ບຣູ” ໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ໃນບັນດາແຂວງທີ່ມີແຊງດັ່ງກ່າວ ຢູ່ເຮືອນຮັບແຂກເບີໜຶ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານ ສພຊ; ມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ, ທ່ານລັດຖະມົນຕີກະຊວງພາຍໃນ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານ-ຮອງປະທານ ກບຜ, ບັນດາ ສສຊ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ປະທານແນວລາວສ້າງຊາດແຂວງຄໍາມ່ວນ, ບັນດາທ່ານລັດຖະມົນຕີ, ປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ບັນດາຫົວໜ້າ-ຮອງຫົວໜ້າກົມ ຕະຫລອດຮອດພະນັກງານວິຊາການຂອງຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າຮ່ວມ.

ທັງນີ້ ເພື່ອໃຫ້ ສສຊ ໃນບັນດາແຂວງທີ່ມີແຊງດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈເຖິງສະພາບການຄົ້ນຄວ້າຊື່ເອີ້ນຊົນເຜົ່າບຣູ ແລະ ຄວາມເອກະພາບກັນກ່ຽວກັບການຮັບຮອງເອົາຊື່ເອີ້ນຊົນເຜົ່າ ບຣູ ເຜົ່າໃໝ່ໃນໝວດພາສາມອນ-ຂະແມ.

ກອງປະຊຸມ ໄດ້ຮັບຟັງການລາຍງານຜົນຂອງສອງກອງປະຊຸມເປີດກວ້າງກ່ຽວກັບຊື່ເອີ້ນຊົນເຜົ່າ ທີ່ເອີ້ນວ່າ ບຣູ ຢູ່ສະຫວັນນະເຂດ ແລະ ນະຄອນຫລວງວຽງຈັນ ຈາກຮອງປະທານສູນກາງແນວລາວສ້າງຊາດ; ຜົນການຕິດຕາມກວດກາມະຕິ 213/ສພຊ ແລະທັດສະນະລວມຂອງ ກບຜ ກ່ຽວກັບການຄົ້ນຄວ້າຊົນເຜົ່າທີ່ມີຊື່ເອີ້ນວ່າ ບຣູ ຈາກປະທານກໍາມາທິການ ກບຜ ແລະ ຫລັກການຊົນເຜົ່າສາກົນ ແລະ ຢູ່ລາວ ຈາກຮອງປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ. ຫລັງຈາກນັ້ນ, ທ່ານປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມ ແລະ ບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນຕໍ່ຄໍາເຈາະຈີ້ມດັ່ງກ່າວ.

ໃນໂອກາດນີ້, ທ່ານປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VI ໃນປີ 2008 ໄດ້ຮັບຮອງຊື່ເອີ້ນ ແລະ ຈໍານວນຊົນເຜົ່າຢູ່ ສປປລາວ ຂອງພວກເຮົາມີຈໍານວນ 49 ຊົນເຜົ່າ; ໃນນັ້ນ ຊົນເຜົ່າທີ່ມີຊື່ເອີ້ນວ່າ ບຣູ ແມ່ນບໍ່ໄດ້ຮັບການຮັບຮອງໃນກອງປະຊຸມຄັ້ງນັ້ນ ແລະ ຈາກນັ້ນ ກໍໄດ້ມີປະຊາຊົນ, ພະນັກງານບໍານານ ແລະ ຊັ້ນຄົນຈໍານວນໜຶ່ງຢູ່ແຂວງສະຫວັນນະເຂດ ໄດ້ສະເໜີເຖິງອົງການທີ່ກ່ຽວຂ້ອງຂັ້ນສູນກາງຂອງພວກເຮົາ ໂດຍສະເພາະແມ່ນ ສພຊ, ສູນກາງແນວລາວສ້າງຊາດ, ກະຊວງພາຍໃນ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ, ທ່ານຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ການນໍາຂັ້ນສູງຂອງພັກ-ລັດຫລາຍທ່ານ ທີ່ຢາກໄດ້ຊື່ເອີ້ນຊົນເຜົ່າວ່າ ບຣູ ແລະ ພ້ອມກັນນີ້ອົງການກ່ຽວຂ້ອງຂັ້ນສູນກາງຂອງພວກເຮົາ ກໍໄດ້ຮັບການຊີ້ນໍາຈາກການນໍາຂັ້ນສູງໃຫ້ຮີບຮ້ອນດໍາເນີນການຄົ້ນຄວ້າບັນຫາດັ່ງກ່າວ; ເພາະບັນຫາຊື່ເອີ້ນຊົນເຜົ່າ ບຣູ ໄດ້ເປັນບັນຫາທີ່ແກ່ຍາວມາເປັນເວລາເກືອບ 10 ປີ ທີ່ປະຊາຊົນ, ພະນັກງານບໍານານ ແລະ ພາຍໃນປີ 2018 ນີ້ ຄະນະຮັບຜິດຊອບການຄົ້ນຄວ້າກ່ຽວກັບບັນຫາຊື່ເອີ້ນຊົນເຜົ່າ ບຣູ ຂອງພວກເຮົາ ກໍໄດ້ປະຕິບັດໜ້າທີ່ຢ່າງໜັກໜ່ວງ ເປັນຕົ້ນການຄົ້ນຄວ້າປຶກສາຫາລືວິທີການດໍາເນີນ, ການຈັດກອງປະຊຸມສໍາມະນາທາບທາມຄວາມຄິດເຫັນຈາກສັງຄົມ ແລະ ຊັ້ນຄົນຕ່າງໆ ພ້ອມທັງຂໍທິດຊີ້ນໍາຈາກຂັ້ນເທິງເປັນໄລຍະໄລຍະ ໃນນີ້, ພວກເຮົາກໍໄດ້ຈັດກອງປະຊຸມສໍາມະນາ 2 ຄັ້ງ; ຄັ້ງທີໜຶ່ງຈັດຢູ່ແຂວງສະຫວັນນະເຂດ ແລະ ຄັ້ງທີສອງຢູ່ນະຄອນຫລວງວຽງຈັນ ເຊິ່ງຜ່ານການຮັບຟັງຄວາມຄິດເຫັນໃນກອງປະຊຸມນັ້ນ ໂດຍລວມແມ່ນເຫັນດີໃຫ້ຮັບຮອງເອົາຊື່ເອີ້ນຊົນເຜົ່າ ບຣູ ເຂົ້າໃນວົງຄະນາຍາດແຫ່ງຊາດ.

(ສອນສັກ ວັນວິໄຊ)