ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ກມຍທ

ຕ.ລ. 27, 2025

(ສພຊ) – ກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນຂອງກຳມາທິການຍຸຕິທຳ (ກມຍທ) ໄດ້ຈັດຂຶ້ນເມື່ອວັນທີ 25 ຕຸລາຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງປະທານກຳມາທິການ ແລະ ພະນັກງານທີ່ຢູ່ ກມຍທ ເຂົ້າຮ່ວມ.
ຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົນໄກການປະສານງານໃນການແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການຍຸຕິທຳກັບພາກສ່ວນທີ່ກ່ຽວຂ້ອງ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ທັງເປັນການສະຫຼຸບຖອດຖອນບົດຮຽນກ່ຽວກັບການພິຈາລະນາຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳຂອງ ກມຍທ ໃນໄລຍະຜ່ານມາ ເພື່ອຍົກສູງຄຸນນະພາບການຄົ້ນຄວ້າວຽກງານດັ່ງກ່າວໃຫ້ດີຂຶ້ນ.
ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະເໜີກົນໄກການປະສານງານກັບພາກສ່ວນກ່ຽວຂ້ອງ ແລະ ບົດສະຫຼຸບການພິຈາລະນາແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການຍຸຕິທຳ; ຈາກນັ້ນ, ໄດ້ມີການປະກອບຄວາມຄິດຄວາມເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ.

(ນາງ ກຸກກິກ ບຸດດາໄຊ)