ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ກວສຊ

ກ.ຍ. 10, 2026

(ສພຊ) – ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໄດ້ຈັດຂຶ້ນລະຫວ່າງວັນທີ 8-9 ກັນຍາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມີບັນດາທ່ານຮອງປະທານກຳມາທິການ ແລະ ສະມາຊິກສະພາແຫ່ງຊາດປະຈຳການ ກວສຊ, ວິທະຍາກອນ, ຫົວໜ້າກົມ-ຮອງຫົວໜ້າ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກຳມາທິການດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ; ການຝຶກອົບຮົມຄັ້ງນີ້ ເພື່ອຍົກດັບຄວາມຮູ້, ພັດທະນາຄວາມສາມາດ ແລະ ຄວາມຊໍານານງານ ໃຫ້ເສນາທິການທີ່ຮັບຜິດຊອບທາງດ້ານເນື້ອໃນ ມີຄວາມເຂົ້າໃຈເປັນເອກະພາບໃນການຮ່າງບົດສັງລວມຄໍາເຫັນ, ຮ່າງບົດປະກອບຄໍາເຫັນ ແລະ ຮ່າງບົດລາຍງານຜົນສໍາເລັດກອງປະຊຸມ ລວມເຖິງການກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກໍາມາທິການ ແລະ ກົງຈັກເສນາທິການ.
ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນການຮ່າງບົດສັງລວມຄຳເຫັນ ແລະ ບົດປະກອບຄຳເຫັນ, ການຮ່າງບົດລາຍງານຜົນສໍາເລັດກອງປະຊຸມ ຈາກວິທະຍາກອນກົມເລຂານຸການ ແລະ ບົດຮຽນການຮ່າງພາລະບົດບາດ, ໜ້າທີ່ ແລະ ສິດ ຈາກກົມຈັດຕັ້ງ ຫ້ອງວ່າການສະພາແຫ່ງຊາດ ຕິດພັນກັບການປັບປຸງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ 3 ກົມທີ່ຂຶ້ນກັບກຳມາທິການ, ພ້ອມທັງຄົ້ນຄວ້າແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນຮ່ວມກັນກັບວິທະຍາກອນ ແລະ ພະນັກງານ-ລັດຖະກອນ ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນຳເອົາຮ່າງນິຕິກໍາຂອງກໍາມາທິການ ແລະ ບັນດາກົມທີ່ຂຶ້ນກັບ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິຜົນ.
ຜ່ານການຝຶກອົບຮົມສ້າງຄວາມເຂັ້ມແຂງໃນຄັ້ງນີ້ ເຫັນໄດ້ວ່າເນື້ອໃນມີຄວາມສໍາຄັນຫຼາຍ, ເຖິງແມ່ນເວລາຈະຈໍາກັດ ແຕ່ຜູ້ເຂົ້າຮ່ວມກອງປະຊຸມກໍໃຫ້ຄວາມສົນໃຈ ແລະ ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບ ແລະ ເຮັດບົດທົດສອບຕົວຈິງ ເຊິ່ງເຮັດໃຫ້ກອງປະຊຸມມີຜົນໄດ້ຮັບເປັນຢ່າງດີ; ເພື່ອໃຫ້ການຝຶກອົບຮົມສ້າງຄວາມເຂັ້ມແຂງ ມີຄວາມໜັກແໜ້ນ ແລະ ຕໍ່ເນື່ອງ, ສາມາດກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ຫັນເປັນມືອາຊີບໃນຕໍ່ໜ້າ, ຜູ້ເຂົ້າຮ່ວມໄດ້ສະເໜີຄະນະຮັບຜິດຊອບກອງປະຊຸມ, ກົມເລຂານຸການ ແລະ ກົມຈັດຕັ້ງ ກໍານົດແຜນບໍາລຸງສ້າງພະນັກງານໃນຫົວຂໍ້ ແລະ ເນື້ອໃນທີ່ມີລັກສະນະດັ່ງກ່າວນີ້ ຢ່າງເປັນລະບົບ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ມີຄຸນນະພາບ ແລະ ກາຍເປັນເສນາທິການໃຫ້ກໍາມາທິການ ກໍຄືຄະນະປະຈໍາສະພາແຫ່ງຊາດ ຢ່າງມີປະສິດທິຜົນ.