

ໂອກາດດັ່ງກ່າວ ທ່ານ ສຸບັນ ສະວະບຸດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມເຝິກອົບ ຮົມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ເຂົ້າໃຈເນື້ອໃນຈິດໃຈກ່ຽວກັບ ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ຄະນະປະຈໍາສະພາແຫ່ງຊາດ; ມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ; ຂໍ້ຕົກລົງຂອງເລຂາທິການສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ ແລະ ກົມພັດທະນາວຽກງານສະພາ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່, ຄືດັ່ງບັນດາທ່ານຮູ້ແລ້ວວ່າ ຊຸດເຝິກອົບຮົມເປັນການຝຶກສະເພາະໃຫ້ຜູ້ທີ່ເປັນເສນາທິການທີ່ປະຕິບັດວຽກງານຢູ່ປະຈໍາເຂດເລືອກຕັ້ງ, ພະນັກງານ-ລັດຖະກອນ ທັງສອງກົມຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ໜ່ວຍງານຊ່ວຍວຽກສະມາຊິກສະພາປະຊາຊົນຂັ້ນແຂວງໃນ 3 ແຂວງ. ດັ່ງນັ້ນ, ເພື່ອເຮັດໃຫ້ຊຸດເຝິກອົບຮົມບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້, ຕາງໜ້າປະທານກອງປະ ຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນ ການສຶກສາອົບຮົມ ແລະ ເພື່ອນໍາມາແລກປ່ຽນບົດຮຽນປະສົບການຮ່ວມກັນ.
ເນື້ອໃນຂອງກອງປະຊຸມຄັ້ງນີ້ ມີ 4 ຫົວຂໍ້ຄື: 1 ຄວາມຮຸ້ພາລະບົດບາດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ; 2 ພາລະບົດບາດ ຂອງກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; 3 ພາລະບົດບາດການເປັນເສນາທິການ ຂອງກົມຄຸ້ມຄອງສະມາຊິກສະພາແຫ່ງຊາດ; 4 ພາລະບົດບາດ ການເປັນເສນາທິການ ຂອງກົມພັດທະນາວຽກງານສະພາ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ກອງປະຊຸມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການ ເຮວວີຕັດສ (Hevetaslaos) ແລະ ເງິນສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)