ສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ກ.ກ. 7, 2026

(ສພຊ) – ບົດລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 7 ກໍລະກົດ 2026 ທີ່ສະເໜີໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ການຮ່າງວາລະແຫ່ງຊາດນີ້ ໄດ້ນໍາໃຊ້ຂໍ້ມູນຈາກຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາ ທ້າຍສະໄໝ ປີ 2025 ຕາມດໍາລັດ 348 ເປັນພື້ນຖານ ເຊິ່ງໄດ້ດໍາເນີນການປະເມີນ 1,283,251 ຄອບຄົວ, 8,413 ບ້ານ ແລະ 148 ເມືອງ ໃນຂອບເຂດທົ່ວປະເທດ; ຜົນການປະເມີນຄັ້ງນີ້ ສະຫຼຸບໃຫ້ເຫັນວ່າ ຍັງມີຄອບຄົວບໍ່ພົ້ນທຸກ 189,792 ຄອບຄົວ ເທົ່າກັບ 14.78%, ບ້ານບໍ່ພົ້ນທຸກ 2,173 ບ້ານ ກວມ 25.83% ແລະ ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44.59% ເຊິ່ງມີສາເຫດຕົ້ນຕໍດັ່ງນີ້:
ຄອບຄົວບໍ່ພົ້ນທຸກ ມີ 2 ສາເຫດຕົ້ນຕໍຄື: 1) ຄອບຄົວຂາດອາຊີບ ຫຼື ແຫຼ່ງລາຍຮັບໝັ້ນຄົງ ເນື່ອງຈາກຂາດຄວາມຮູ້, ຄວາມກະຕືລືລົ້ນ ໃນການພັດທະນາຕົນເອງ, ຄອງຄອຍການຊ່ວຍເຫຼືອຈາກພາກລັດ ແລະ ວິທີທຳມາຫາກິນແບບຄອງເດີມ; 2) ບໍ່ສາມາດເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານ ເປັນຕົ້ນແມ່ນການເຂົ້າເຖິງການບໍລິການສາທາລະນະສຸກ, ການສຶກສາ, ນໍ້າສະອາດ.
ບ້ານບໍ່ພົ້ນທຸກ ມີ 3 ສາເຫດຕົ້ນຕໍຄື: 1) ເສັ້ນທາງຄົມມະນາຄົມບໍ່ສາມາດທຽວໄດ້ຕະຫຼອດປີ; 2) ບໍ່ມີຕາຂ່າຍໄຟຟ້າໃນລະບົບ; 3) ບໍ່ສາມາດເຂົ້າເຖິງການບໍລິການດ້ານໂທລະຄົມມະນາຄົມ ແລະ ການຂົນສົ່ງ.
ເມືອງບໍ່ພົ້ນທຸກ ມີ 3 ສາເຫດຕົ້ນຕໍຄື: 1) ເສັ້ນທາງຄົມມະນາຄົມບໍ່ສາມາດທຽວໄດ້ຕະຫຼອດປີ ແລະ ຍັງບໍ່ທັນເຊື່ອມຈອດກັບບ້ານພາຍໃນເມືອງ; 2) ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບໍ່ໄດ້ຮັບການຄຸ້ມຄອງ, ປົກປັກຮັກ ສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ; 3) ເທດສະບານເມືອງ ບໍ່ໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫຼື ລະບົບນໍ້າປະປາ.
ສະນັ້ນ, ລັດຖະບານໄດ້ຖືເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວຽກບຸລິມະສິດ, ຈຳເປັນ, ຮີບດ່ວນ ແລະ ຍົກເປັນວາລະແຫ່ງຊາດ ແຕ່ປີ 2027-2030 ເພື່ອສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ ໃນຈໍານວນຄອບຄົວທຸກຍາກທີ່ຍັງເຫຼືອ 189,792 ຄອບຄົວ, ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫຼຸດຈາກ 14.78% ຍັງເຫຼືອໜຶ່ງຕົວເລກ; ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1,000 ບ້ານ ໃນຈໍານວນບ້ານທຸກຍາກທີ່ຍັງເຫຼືອ 2,173 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ ໃນຈໍານວນເມືອງທຸກຍາກທີ່ຍັງເຫຼືອ 66 ເມືອງ. ໃນນີ້, ຈະສ້າງບ້ານຈຸດສຸມຕົວແບບໃນການແກ້ໄຂຄວາມທຸກຍາກ ໃຫ້ໄດ້ຢ່າງໜ້ອຍແຂວງລະ 4-5 ບ້ານ.