loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ມີ 7 ສາຂາວິຊາຮຽນ.

ທ.ວ. 16, 2022 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນພະຫັດ, ວັດທີ 15 ທັນວາ 2022, ທ່ານ ດຣ ນ.ສິດທິວອນ ຫົງສາຄອນ ຮອງປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ຕ້ອນຮັບໂດຍທ່ານ ສົມພອນ ນາວຮືວ່າງ ຮອງເລຂາຄະນະພັກຮາກຖານ, ອຳນວຍການສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ແລະ ມີຄູອາຈານພາຍໃນສູນພັດທະນາສີມືແຮງງານ ເຂົ້າຮ່ວມ.
ຕາມການລາຍງານຂອງທ່ານ ສົມພອນ ນາວຮືວ່າງ, ອຳນວຍການສູນພັດທະນາສີມືແຮງງານແຂວງອຸດົມໄຊ ໃຫ້ຮູ້ວ່າ: ສູນການຝຶກ ແລະ ພັດທະນາສີມືແຮງງານ ແຂວງອຸດົມໄຊ ຮອງຮັບຜູ້ເຂົ້າຝຶກຈາກບັນດາແຂວງພາກເໜືອ, ມີ 7 ສາຂາວິຊາຮຽນຄື: ຊ່າງຕັດຍິບເຄື່ອງນຸ່ງ, ຊ່າງປຸງແຕ່ງອາຫານ ແລະ ການໂຮງແຮມ, ຊ່າງກໍ່ສ້າງ-ເຄຫາສະຖານ, ຊ່າງໄຟຟ້າເຕັກນິກ, ຊ່າງນຳໃຊ້ ແລະ ຊ້ອມແປງຄອມພິວເຕີ, ຊ່າງນໍາໃຊ້ ແລະ ສ້ອມແປງລົດຈັກ ແລະ ສາຂາປູກຝັງ-ລ້ຽງສັດ. ໃນແຕ່ລະປີມີ 2 ຊຸດຮຽນ, ຊຸດ 1 ຮອງຮັບນັກຮຽນໄດ້ 300 ກວ່າຄົນ, ໃນແຕ່ລະປີສາຂາວິຊາທີ່ມີຜູ້ເຂົ້າຝຶກຫຼາຍກວ່າໝູ່ແມ່ນ: ຕັດຍິບເຄື່ອງນຸ່ງ, ປຸງແຕ່ງອາຫານ ແລະ ການໂຮງແຮມ, ສ້ອມແປງລົດຈັກ ແລະ ໄຟຟ້າ. ສ່ວນສາຂາທີ່ມີຜູ້ເຂົ້າຝຶກໜ້ວຍແມ່ນສາຂາ ປູກຝັງ-ລ້ຽງສັດ ແລະ ກໍ່ສ້າງ-ເຄຫາສະຖານ. ພ້ອມກັນນັ້ນຍັງໄດ້ຮັບຟັງການລາຍງານຕາມຄໍາຖາມເຈາະຈີ້ມຂອງຄະນະກໍາມະການ ແລະ ວຽກງານອື່ນໆ.
  ຫຼັງຈາກຮັບຟັງການລາຍງານ ບັນດາຄູອາຈານ ແລະ ບັນດາທ່ານທີ່ເຂົ້າຮ່ວມໄດ້ມີຄຳຄິດຄໍາເຫັນແລກປ່ຽນກັນຢ່າງກົງໄປກົງມາ ແລະ ມີຄໍາສະເໜີເຖິ່ງສະພາປະຊາຊົນແຂວງ. ການແລກປ່ຽນຄຳຄິດເຫັນດັ່ງກ່າວກໍ່ເພື່ອຊອກເຫັນດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີ່ທາງແກ້ໄຂ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າມີປະສິດທິພາບ, ປະສິດທິຜົນ ແລະ ດີຂຶ້ນກວ່າເກົ່າ.
ຈຸດປະສົງຂອງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ແມ່ນ: ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານພາຍໃນສູນພັດທະນາສີມືແຮງງານແຂວງອຸດົມໄຊ, ເພື່ອປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະກຳມະການ ແລະ ເພື່ອເປັນການເກັບກຳຂໍ້ມູນໃຫ້ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ໃນການກະກຽມບັນດາເນື້ອໃນ ແລະ ດຳເນີນກອງປະຊຸມຄົບຄະນະ ປະຈໍາປີ 2022 ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2023 ທີ່ຈະມາເຖິ່ງນີ້, ພ້ອມດຽວກັນນັ້ນທາງຄະນະທິງານຍັງໄດ້ລົງຢ້ຽມຢາມຫ້ອງການຝຶກຕົວຈິງຕື່ມອີກ.
ພາບ/ຂ່າວ: ແສງພອນ ອິນນະລົງ.