………………………………………………………………………..
(ສພຊ) ໃນຕອນບ່າຍວັນທີ 21 ພະຈິກ 2023 ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ; ບັນດາທ່ານ ຜູ້ນໍາຂັ້ນສູງ, ອະດີດຜູ້ນໍາຂັ້ນສູງ ຂອງພັກ-ລັດ; ທ່ານ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຕີລາຄາສູງ ທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການຄົ້ນຄວ້າ, ພິຈາລະນາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງລັດ ເພື່ອນໍາພາປະເທດຊາດ ໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພ້ອມກັນສຸມໃສ່ປະຕິບັດ 2 ວາລະແຫ່ງຊາດນັ້ນຄື: ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເຊິ່ງໄດ້ມີຜົນສໍາເລັດພົ້ນເດັ່ນຈໍານວນໜຶ່ງ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວໃນທາງບວກ, ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກໃນຄວາມຫຍຸ້ງຍາກໄປກວ່ານີ້, ຮັບປະກັນການດໍາລົງຊີວິດຂອງປະຊາຊົນ ເຖິງຈະປະເຊີນກັບຄວາມຫຍຸ້ງຍາກ ແຕ່ກໍສາມາດຜ່ານຜ່າໄດ້.
ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງດັ່ງນີ້:
1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານໃນການບໍລິຫານ, ບັນຊາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ດ້ວຍການວາງມາດຕະການຮອບດ້ານ ເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນປີ 2023 ລະດັບ 4,02%, ໄດ້ສົ່ງເສີມຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ແລະ ມີມາດຕະການປົກປ້ອງການຜະລິດພາຍໃນຈໍານວນໜຶ່ງ, ຍ້ອນມີການຫັນເປັນທັນສະໄໝເຮັດໃຫ້ການເກັບລາຍຮັບມີການເພີ່ມຂຶ້ນ, ຫຼຸດຜ່ອນການຮົ່ວໄຫຼ ແລະ ການຄຸ້ມຄອງລາຍຈ່າຍ ຕາມທິດປະຢັດມັດທະຍັດງົບປະມານ, ໄດ້ດໍາເນີນການປະຕິຮູບລັດວິສາຫະກິດຈໍານວນໜຶ່ງ ເພື່ອຮັບປະກັນການເຄື່ອນໄຫວດໍາເນີນທຸລະກິດ ມີປະສິດທິພາບ, ປະສິດທິຜົນ; ການຊໍາລະສະສາງໜີ້ສິນໂຄງການລົງທຶນຂອງລັດ ໄດ້ຮັບການເອົາໃຈໃສ່ແກ້ໄຂ ໃຫ້ຜ່ອນຄາຍລົງເທື່ອລະກ້າວ, ສືບຕໍ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ຄຸນງາມຄວາມດີຕໍ່ປະເທດຊາດ; ໄດ້ເອົາໃຈໃສ່ປຶກສາ ແລະ ຕົກລົງເປັນເອກະພາບໃນການສ້າງແຜນການລົງທຶນຂອງລັດ ປີ 2024 ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໃນເດືອນມັງກອນ 2024.
ພ້ອມດຽວກັນນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາທີ່ສັງຄົມ ເປັນຫ່ວງຫຼາຍເຊັ່ນ: ການແກ້ໄຂບັນຫາເງິນເຟີ້ທີ່ສູງ, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງ ເຊິ່ງຍັງສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ກໍຄື ປະຊາຊົນບັນດາເຜົ່າ; ການແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ບັນຫາສະຫວັດດີການສັງຄົມ, ບັນຫາແຮງງານ, ການເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ, ການຊຸກຍູ້ສົ່ງເສີມການພັດທະນາການທ່ອງທ່ຽວ ໂດຍສະເພາະການກະກຽມເປີດປີທ່ອງທ່ຽວ, ບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດການຄຸ້ມຄອງແຮ່ທາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ອື່ນໆ.
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ກອງປະຊຸມ ຕີລາຄາ ເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານ ເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສໍາເລັດຫຼາຍດ້ານ ແລະ ກໍເລີຍມີໜໍ່ແໜງຫັນປ່ຽນທີ່ດີຂຶ້ນຈໍານວນໜຶ່ງ. ແຕ່ພ້ອມດຽວກັນນັ້ນ, ກອງປະຊຸມສະເໜີລັດຖະບານ ເພີ່ມທະວີການຄຸ້ມຄອງ ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດ ຢ່າງສົມເຫດສົມຜົນ, ປະຢັດ, ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍ, ປັບປຸງແກ້ໄຂໂຄງການເຮັດທົດລອງການຂຸດຄົ້ນແຮ່ທາດໂດຍໄວ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງຊາດ; ເອົາໃຈໃສ່ການຫັນເປັນທັນສະໄໝໃຫ້ແຂງແຮງໃນການເກັບລາຍຮັບ, ການສ້າງຖານລາຍຮັບໃໝ່, ເກັບກູ້ຄືນໜີ້ຕ້ອງຮັບຂອງລັດຖະບານ ຈາກພາກທຸລະກິດ ບັນຫາສໍາຄັນກໍແມ່ນການປັບປຸງຂອດການຄຸ້ມຄອງໃຫ້ດີ, ເອົາໃຈໃສ່ແກ້ໄຂສະພາບຄ່າເງິນກີບ, ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕົວເລກດຽວ; ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.
ສໍາລັບວຽກງານແກ້ໄຂບັນຫາຢາເສບຕິດ ກໍມີຜົນສໍາເລັດຫຼາຍດ້ານ ໂດຍໄດ້ສ້າງນິຕິກໍາທີ່ກ່ຽວຂ້ອງຫຼາຍສົມຄວນ, ໄດ້ໂຄສະນາເຜີຍແຜ່ມະຕິ, ຄໍາສັ່ງຂອງສູນກາງພັກ ແລະ ນິຕິກໍາລຸ່ມກົດໝາຍ ໃນຖັນແຖວປະຊາຊົນຢ່າງກວ້າງຂວາງ, ລະດົມໃຫ້ປະຊາຊົນ ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອຫຼຸດຜ່ອນປາກົດການຫຍໍ້ທໍ້ຢູ່ໃນສັງຄົມ ຍ້ອນບັນຫາຢາເສບຕິດ.
ກອງປະຊຸມເຫັນດີ ໃຫ້ລັດຖະບານ ສືບຕໍ່ປະຕິບັດຄາດໝາຍສູ້ຊົນຂອງສອງວາລະແຫ່ງຊາດ ຈົນຮອດປີ 2025;
3). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021-2023), ທິດທາງແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈໍາປີ 2021; ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022.
ກອງປະຊຸມສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສອງອົງການດັ່ງກ່າວ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມບຸກບືນຫ້າວຫັນ ເຮັດໃຫ້ການຈັດຕັ້ງປະຕິບັດແຜນການ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ສາມາດກວດເຫັນໄດ້ການກະທໍາຜິດກົດໝາຍ, ການລະເມີດວິໄນແຜນການ-ການເງິນ ທີ່ພົວພັນກັບການນໍາໃຊ້ງົບປະມານຂອງລັດ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ເປັນບັນຫາທີ່ຊໍ້າເຮື້ອມາຫຼາຍປີ, ມີລັກສະນະຫຼາຍຮູບແບບທີ່ສະຫຼັບສັບຊ້ອນ, ເລິກແລບ ແລະ ມູນຄ່າເສຍຫາຍມີທ່າອ່ຽງສູງຂຶ້ນ; ແຕ່ດ້ວຍຄວາມເປັນເຈົ້າການນໍາພາການແກ້ໄຂຜົນການກວດກາ ແລະ ຜົນການກວດສອບ ຈຶ່ງສາມາດນໍາເອົາເງິນຄໍາ, ຊັບສິນຂອງລັດ ກັບຄືນມາເປັນລາຍຮັບງົບປະມານແຫ່ງລັດໄດ້ຈໍານວນໜຶ່ງ, ນໍາເອົາຜູ້ກະທໍາຜິດມາລົງໂທດ ເພື່ອບໍ່ໃຫ້ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ສັງຄົມ. ກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຈົ່ງສືບຕໍ່ທັງສອງອົງການນໍາເອົາຜົນການກວດກາ ແລະ ກວດສອບມາແກ້ໄຂຢ່າງເຂັ້ມງວດຕາມກົດໝາຍ ທັງນີ້, ກໍເພື່ອສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ຮັບປະກັນຄວາມໂປ່ງໃສ ແລະ ກວດສອບໃນການຄຸ້ມຄອງລັດດ້ວຍກົດໝາຍ, ທັງມີການປະກອບສ່ວນຢ່າງແຂງແຮງເຂົ້າໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕໍາແໜ່ງໃນທຸກຮູບແບບ ເພື່ອສ້າງຄວາມເຊື່ອໝັ້ນ, ຄວາມສັດທາຂອງປະຊາຊົນຕໍ່ການຄຸ້ມຄອງບໍລິຫານລັດ.
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ການແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຫຼາຍຂຶ້ນ.
ກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ມີມາດຕະການປັບປຸງ ແລະ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ຊ່ອງວ່າງຂອງກົດໝາຍ, ເອົາໃຈໃສ່ໃຫ້ມີຄູ່ກໍລະນີ ແລະ ທະນາຍຄວາມໄດ້ເຂົ້າຮ່ວມໃນການໂຕ້ແຍ່ງ, ໂຕ້ຖຽງໃນກອງປະຊຸມສານ ເພື່ອໃຫ້ການຕັດສິນຄະດີ ຖືກຕ້ອງຕາມກົດໝາຍ ແລະ ຖືກກັບຄວາມເປັນຈິງ, ຮັບປະກັນຄວາມຍຸຕິທໍາຫຼາຍຂຶ້ນຕື່ມ.
5). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ. ກອງປະຊຸມມອບໃຫ້ທັງ 2 ກະຊວງ ນໍາເອົາຜົນຂອງການປະເມີນໃນເທື່ອນີ້ ເປັນຂໍ້ມູນສໍາຄັນໃນການປັບປຸງກົດໝາຍທີ່ກ່ຽວຂ້ອງ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ, ແກ້ໄຂຈຸດອ່ອນ ແລະ ຊ່ອງວ່າງໃນການຈັດຕັ້ງປະຕິບັດຕົວຈິງ, ປັບປຸງ ແລະ ຍົກສູງຄຸນນະພາບໃນການຈັດຕັ້ງ ແລະ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດຕາມກົດ ໝາຍຍິ່ງໆຂຶ້ນ.
6). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສະພາແຫ່ງຊາດ ກອງປະຊຸມ ຕີລາຄາວ່າ ໃນໄລຍະກາງສະໄໝ (2021-2023), ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍສາມາດບັນລຸໄດ້ 54,16% ຂອງແຜນການ 5 ປີ; ໄດ້ດໍາເນີນກອງປະຊຸມວິສາມັນຂອງສະພາແຫ່ງຊາດ, ຕົກລົງບັນຫາສໍາຄັນຂອງປະເທດຊາດ, ຮັບຮອງເອົາ 2 ວາລະແຫ່ງຊາດ ແລະ ປະຕິບັດພາລະບົດບາດຕິດຕາມກວດກາຕາມຄວາມສາມາດດ້ານງົບປະມານ, ປະເມີນຜົນການປະຕິບັດກົດໝາຍຂົງເຂດຕ່າງໆ ຈໍານວນ 15 ສະບັບ ເຊິ່ງທັງໝົດນັ້ນ ໄດ້ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ.
ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ສືບຕໍ່ການຄົ້ນຄວ້າປັບປຸງບັນດາກົດໝາຍໃນຂົງເຂດສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກະກຽມປັບປຸງລັດຖະທໍາມະນູນ, ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III; ຍົກສູງຄຸນນະພາບໃນການພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ; ເພີ່ມທະວີການປະຕິບັດພາລະບົດບາດຕິດຕາມກວດກາຢ່າງມີຈຸດສຸມ, ຮ່ວມກັບລັດຖະບານ ເພື່ອແກ້ໄຂບັນຫາຕ່າງໆຢ່າງທັນການ ເພື່ອຍົກສູງບົດບາດຂອງອົງການລັດ, ທັງສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ການນໍາພາຂອງພັກ ແລະ ການບໍລິຫານ-ບັນຊາຂອງລັດຖະບານ.
7). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 7 ສະບັບ, ໃນນີ້ ມີກົດໝາຍ ສ້າງໃໝ່ 1 ສະບັບ ຄື: ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍສະບັບປັບປຸງ ຈໍານວນ 6 ສະບັບ ຄື: ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍລະບົບການຊໍາລະ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ອັນເປັນການສືບຕໍ່ປັບປຸງ ແລະ ເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຮັບປະກັນໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ສ່ວນກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ, ກອງປະຊຸມໄດ້ສະເໜີໃຫ້ລັດຖະບານສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ, ຈະແຈ້ງ ແລະ ສະເໜີໃຫ້ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.
8.). ກອງປະຊຸມ ໄດ້ດໍາເນີນການປະເມີນຜົນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ວຽກງານຂອງບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈໍານວນ 67 ທ່ານ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ເຊິ່ງຜົນຂອງການປະເມີນດັ່ງກ່າວ ເຫັນວ່າບັນດາບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຍັງໄດ້ຮັບຄວາມໄວ້ວາງໃຈໃນລະດັບດີ ເປັນຈໍານວນສ່ວນໃຫຍ່ ແລະ ຫວັງວ່າບັນດາທ່ານຈະສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສົມກັບຄວາມໄວ້ວາງໃຈຂອງຕົວແທນສິດຜົນປະໂຫຍດຂອງປະຊາຊົນ.
ນອກນັ້ນ, ກອງປະຊຸມ ໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ 2 ວາລະແຫ່ງຊາດ, ວຽກງານຂົງເຂດສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ລັດຖະມົນຕີກະຊວງຍຸຕິທໍາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ວ່າການທະນາຄານ ແຫ່ງ ສປປລາວ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີການຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດຢ່າງກົງໄປກົງມາ. ນອກຈາກນັ້ນ, ຍັງໄດ້ຮັບຟັງການໃຫ້ຄວາມກະຈ່າງແຈ້ງຈາກ ທ່ານປະທານອົງການກວດກາແຫ່ງລັດ, ປະທານອົງການກວດສອບແຫ່ງລັດ, ທ່ານປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄໍາເຫັນຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ ຕື່ມອີກ.
ປີ 2024 ທີ່ຈະມາເຖິງນີ້ ເປັນປີໜຶ່ງທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈະໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ ຄັ້ງທີ IX ໃຫ້ບັນລຸຜົນຕາມທີ່ກໍານົດໄວ້, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ມີຜົນຫຼາຍຂຶ້ນ, ເດັດດ່ຽວປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ສ້າງເສດຖະກິດ-ສັງຄົມ ກ້າວເດີນໄປຕາມການປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການທີ່ພັກເຮົາວາງໄວ້. ຂ້າພະເຈົ້າ ຫວັງວ່າທຸກພາກສ່ວນໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ຈະເປັນກໍາລັງແຮງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ, ຫວັງວ່າປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມຈະພ້ອມກັນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເສີມຂະຫຍາຍນໍ້າໃຈເປັນເຈົ້າປະເທດຊາດ ສະຕິບຸກບືນສ້າງກໍາລັງແຮງໃຫ້ແກ່ປະເທດຊາດ ແລະ ຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງກວ່າເວລາໃດໝົດ ເພື່ອນໍາເອົາຄວາມຮັ່ງມີ ຜາສຸກມາສູ່ປະຊາຊົນ, ສ້າງປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການສະແດງອອກສິດປະຊາທິປະໄຕ ກໍຄືການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາພວມປະເຊີນຢູ່ປັດຈຸບັນ, ສູ້ຊົນສືບຕໍ່ ພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງຕັ້ງໜ້າ.
ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ທີ່ໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ສະພາແຫ່ງຊາດໂດຍຕະຫຼອດມາ, ຂໍສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງບັນດາຜູ້ນໍາພັກ-ລັດ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ການເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າທັງທີ່ອາໄສຢູ່ພາຍໃນ ແລະ ຊາວລາວທີ່ຢູ່ຕ່າງປະເທດ ທີ່ໄດ້ຕິດຕາມ ກອງປະຊຸມໃນຄັ້ງນີ້ ຢ່າງຈົດຈໍ່ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມຢ່າງຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນຕົ້ນ ກອງເລຂາກອງປະຊຸມ ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອນີ້ຢ່າງຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ; ຂໍສະແດງຄວາມຂອບໃຈຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເອົາໃຈໃສ່ວຽກງານການປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ກອງປະຊຸມຄັ້ງນີ້ ແລະ ຂອບໃຈຕໍ່ບັນດາສື່ມວນຊົນທີ່ໄດ້ ນໍາສະເໜີຂ່າວສານ ໂດຍການຖ່າຍທອດສົດຂ່າວຜ່ານວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕຣນິກ ເຊິ່ງໄດ້ອໍານວຍຄວາມສະດວກໃຫ້ສັງຄົມໄດ້ຕິດຕາມ ການດໍາເນີນກອງປະຊຸມໄດ້ທັນສະພາບການ ແທດຕົວຈິງ ແລະ ຕໍ່ເນື່ອງທັນເວລາ.
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍບັນດາມະຕິກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເຂົ້າໃນການປະຕິບັດວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຕາງໜ້າໃຫ້ກອງປະຊຸມສະພາແຫ່ງຊາດ ຂໍອວຍພອນໄຊອັນປະເສີດ ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຈົ່ງມີພາລະນາໄມສົມບູນ, ສືບຕໍ່ຊີ້ນໍາ-ນໍາພາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ.
ຂໍອວຍພອນໃຫ້ບັນດາຜູ້ນໍາຂັ້ນສູງພັກ-ລັດ, ອະດີດຜູ້ນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ ຕະຫຼອດຮອດພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການນັບແຕ່ເວລານີ້ ເປັນຕົ້ນໄປ.