ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

ມ.ຖ. 28, 2022 | SlideMobile

(ສພຊ) ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໂດຍການເປັນປະທານກອງປະຊຸມຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2022 ນີ້ ຕາມການເຈາະຈີ້ມຂອງປະທານກອງປະຊຸມ ຢ່າງມີຈຸດສຸມ ແລະ ກົງໄປກົງມາ.