ໃນລະຫວ່າງວັນທີ 10-11 ກຸມພາ 2024 ທີ່ຜ່ານມານີ້ ທ່ານວໍລະສິດ ສີວົງດາວ ສະມາຊິກສະພາແຫ່ງຊາດປະຈຳເຂດປະຈຳພັກແຂວງ ເລືອກຕັ້ງທີ 13 ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ທ່ານບຸນສູງ ໄຊຍະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງເຊໂປນ ພ້ອມຄະນະ ແລະ ພາກສ່ວນທີ່ກ້ຽວຄ້ອງໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ແລະ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ໃນນີ້ຈຳນວນປະຊາກອນທີ່ມີອາຍຸແຕ່ 18 ປີຂື້ນໄປທົ່ວເມືອງເຊໂປນທີ່ມີສິດບ່ອນບັດໃນຈຳນວນ 40874 ຄົນ, ຍິງ 20486 ຄົນ, ຊາຍ 20388 ຄົນ, ໃນການລົງໄປເຜີຍແຜ່ເອກະສານໃນຄັ້ງນີ້ແມ່ນຈະໄດ້ໄປໃນ 3 ຈຸດຄື: ບ້ານວັງໝໍ້ທຸ່ມ, ບ້ານຫ້ວຍຈັງ ແລະ ບ້ານນາຫົວນໍ້າ, ໃນແຕ່ລະຈຸດບັນດາພໍ່ແມ່ປະຊາຊົນກໍ່ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II,ໃນພິທີບັນດາທ່ານສະມາຊິກສະພາກໍ່ໄດ້ພັດປ່ຽນກັນເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ຫຼັງຈາກນັ້ນບັນດາພໍ່ແມ່ປະຊາຊົນກໍ່ໄດ້ມີການສະເໜີບັນຫາຕ່າງໆທີ່ເກີດຂື້ນໃນຂອບເຂດບ້ານຂອງຕົນຕໍ່ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງເຊໂປນ ບ້ານວັງໝໍ້ທຸ້ມສະເໜີໃຫ້ຂັ້ນເທິງຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງປັງປຸງເສັ້ນທາງ 28 A ໃຫ້ສຳເລັດໂດຍໄວເພາະວ່າປະຊາຊົນໃຊ້ຊີວິດລຳບາກໃນບັນຫາເລື່ອງຂີ້ຝຸ່ນ, ສະເໜີສ້າງໂຮງຮຽນປະຖົມໃຫ້ເດັກນ້ອຍຢູ່ເຂດຄຸ້ມບ້ານປຸງຍັງບໍ່ມີໂຮງຮຽນ, ສະເໜີໃຫ້ອອກໃບຕາດິນ, ກຳນົດເຂດລະຫວ່າງບ້ານຕໍ່ບ້ານເຊັ່ນ: ບ້ານປຸງກັບບ້ານສົບມີ່, ສະເໜີໃຫ້ຄູອາສາບ້ານປຸງໄດ້ໂຕເລກລັດຖະກອນເພາະວ່າຄູສອນມາເປັນເວລາ 10 ປີແລ້ວ, ສະເໜີໃຫ້ທາງໜ່ວຍງານກະສິກຳຊຸກຍູ້ຕື່ມໃຫ້ພໍ່ແມ່ປະຊາຊົນໃນການປູກ,ການລ້ຽງ, ສະເໜີກ່ຽວກັບພະນັກງານທະຫານເກົ່າຢາກໄດ້ເງິນອຸດໜູນຈາກກົມກອງທີ່ເຄີຍເຮັດວຽກຜ່ານມາໃຫ້ຂັ້ນເທິງຊ່ວຍຊຸກຍູ້ຕື່ມ, ບັນຫາເຂດແດນບ້ານລາດກັບບ້ານນາມາຮີ ເມືອງວິລະບູລີໃຫ້ຂັ້ນເທິງແກ້ໄຂຊ່ວຍຕື່ມ ເຂດແດນດັ່ງກ່າວປະຊາຊົນບໍ່ສາມສດຕົກລົງກັນໄດ້, ບັນຫາກ່ຽວກັບປະຊາຊົນບ້ານສົບມີ່ຈຳນວນໜຶ່ງທີ່ນັບຖືສາດສະໜາຜູ້ທີ່ເຂົ້າສາດສະໜາແລ້ວບໍ່ປະຕິບັດຕາມລະບຽບຂອງບ້ານ, ສະເໜີການສ້າງວິດຖ່າຍໃຫ້ຂັ້ນເທິງສະໜອງຕື່ມກ່ຽວກັບອຸປະກອນເປັນຕົ້ນ: ທໍ່ໃສ່ວິດ, ຫົວວິດຖ່າຍ ໃຫ້ກັບປະຊາຊົນ, ບັນຫາກ່ຽວກັບຢາເສບຕິດເຂດບ້ານສົບມີ່ເຫັນວ່າຍັງຫຼາຍເຮັດໃຫ້ບ້ານບໍ່ມີຄວາມສະຫງົບເີດມີການຂີ້ລັກງັດແງະ,ສະເໜີໃນການປະຕິບັດໜ້າທີ່ ປກສ ໃນການຈັບເປົ້າໝາຍແຕ່ເອົາເຄື່ອງຂອງປະຊາຊົນເປັນຕົ້ນ: ຈັກສະຕິນ, ຕູ້ໄຟຟ້າຂອງປະຊາຊົນຖືກຫຼືບໍ່, ບ້ານຫ້ວຍຈັງ: ສະເໜີໃຫ້ຂັ້ນເທິງຊ່ວຍເຈາະນໍ້າບາດານຕື່ມເພາະວ່ານໍ້າໃຊ້ບໍ່ພຽງພໍໃນລະດູ້ແລ້ງ, ສະເໜີຂັ້ນເທິງຊ່ວຍຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງແປງທາງເຂົ້າບ້ານໃຫ້ສະດວກໃນການໄປມາຂອງປະຊາຊົນ, ບັນຫາຄູສອນໂຮງຮຽນປະຖົມບ້ານຫ້ວຍຈັງການມາປະຈຳການບໍ່ເປັນປົກກະຕິເຮັດໃຫ້ເດັກນ້ອຍຂາດຮຽນ ແລະ ບ້ານນາຫົວນໍ້າ: ສະເໜີຂັ້ນເທິງຢາກໄດ້ນໍ້າບາດານເພາະວ່າປະຊາຊົນຂາດນໍ້າໃຊ້, ສະເໜີໃຫ້ຂັ້ນເທິງຊ່ວຍພິຈາລະນາສ້າງຂົວຂ້າມເຊ, ຊ່ວຍຊ້ອມແປງເສັ້ນທາງລະຫວ່າງບ້ານນາຫົວນໍ້າ ຫາ ບ້ານລະອໍ, ຢາກໄດ້ໂທລະໂຄ່ງເພີ່ມ 3 ໜ່ວຍ, ຢາກໄດ້ເຮືອຈັກເພື່ອສະດວກໃນການເຄື່ອນຍ້າຍປະຊາຊົນເວລານໍ້າຖ້ວມ, ສະເໜີກ່ຽວກັບວຽກງານກະສິກຳການທຳການຜະລິດບ້ານນາຫົວນໍ້າໃຫ້ທາງວິຊາການກະສິກຳຊ່ວຍຊຸກຍູ້ຕື່ມໃນການປູກ, ການລ້ຽງ ການສຶກສາເດັກປະຖົມພາຍໃນບ້ານນາຫົວນໍ້າເຫັນວ່າຍັງຕໍ່າ, ຄູສອນໂຮງຮຽນບໍ່ມາເປັນປົກກະຕິ, ສະເໜີເລື່ອງເຂດແດນດິນລະຫວ່າງບ້ານຕໍ່ບ້ານເປັນຕົ້ນ: ບ້ານລະອໍກັບບ້ານທ່າເມະ, ບັນຫາເລື່ອງໂຕເລກລັດຖະກອນຜູ້ທີ່ຮຽນຈົບວິຊາຊີບແລ້ວບໍ່ມີໂຕເລກເຂົ້າເຮັດວຽກນຳລັດ, ບ້ານແກ້ງກີ: ສະເໜີຂໍໄຟຟ້າເຂົ້າໂຮງຮຽນປະຖົມ, ບ້ານນາຫົວນໍ້າສະເໜີຂໍໄຟຟ້າເຂົ້າໂຮງຮຽນປະຖົມ.