![](https://na.gov.la/wp-content/uploads/2024/07/449968761_1004199108376241_3602363302650226274_n.jpeg)
ກອງປະຊຸມໃຫຍ່ໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມຮາກຖານຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ທີ່ໄດ້ຕີລາຄາສະພາບການເຄື່ອນໄຫວໄລຍະຜ່ານມາ ໃນນັ້ນ, ໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຍາດມາໄດ້ ພ້ອມທັງດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາສາເຫດທີ່ຕ້ອງປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ການເຄື່ອນໄຫວດີຂຶ້ນກວ່າເກົ່າ; ທັງກຳນົດທິດທາງການເຄື່ອນໄຫວວຽກງານຂອງຄະນະໜ່ວຍຊາວໜຸ່ມຮາກຖານ ຫຄຊ ໄລ ຍະ 5 ປີຕໍ່ໜ້າ (2024-2028) ໃນນັ້ນ, ຕົ້ນຕໍແມ່ນເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ພັດທະນາວຽກງານຊາວໜຸ່ມ ຕິດພັນກັບການເປັນເສນາທິການໃຫ້ແກ່ໜ່ວຍພັກຮາກຖານ ໄປພ້ອມກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ແຜນການທີ່ວາງໄວ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະໜ່ວຍຊາວໜຸ່ມຮາກຖານ ກ່ຽວກັບການຊີ້ນຳ-ນຳພາຕໍ່ວຽກງານຊາວໜຸ່ມຕະຫຼອດໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ ທີ່ຄະນະຊາວໜຸ່ມຮາກຖານຊຸດໃໝ່ ຕ້ອງນຳໄປເປັນບົດຮຽນໃນການສືບຕໍ່ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ກໍຄືການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຮາກຖານຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດຊຸດໃໝ່ ບົນພື້ນຖານຕາມຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ອອກສະໝັກ 7 ສະຫາຍ ຍິງ 2 ສະຫາຍ, ເລືອກເອົາ 5 ສະຫາຍ; ກອງປະຊຸມຄັ້ງປະ ຖົມມະລືກຂອງຄະນະໜ່ວຍຊາວໜຸ່ມຮາກຖານຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ຊຸດທີ II ໄດ້ເປັນເອກະພາບເລືອກເອົາສະຫາຍ ນາງ ວິນາວັນ ສິປະໄພ ເປັນເລຂາ, ສະຫາຍ ສິລິຂວັນ ວົງສາສຸວັນທອງ ເປັນຮອງເລຂາ ແລະ ປະ ທານກວດກາ, ສະຫາຍ ລີຕູ້ ລີ ເປັນຮອງເລຂາ, ສະຫາຍ ນາງ ຈັນທະສອນ ຊາຕາຮັກ ແລະ ສະຫາຍ ອ້ວນ ວິປັດສາ ເປັນກຳມະການ.
![](https://na.gov.la/wp-content/uploads/2024/07/449971206_1004199201709565_8873438047087852947_n.jpeg)
ສະຫາຍ ປອ. ເພັດພອນໃຈ ສິນລະປະກິດ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊິ່ງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຊາວໜຸ່ມຮາກຖານຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ, ກໍໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມຮາກຖານຊຸດໃໝ່ ເອົາໃຈໃສ່ສຶກສາອົບຮົມສະມາຊິກຊາວໜຸ່ມໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ຮັກຊາດ, ຮັກລະບອບປະ ຊາທິປະໄຕ ເປັນແບບຢ່າງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ; ສືບຕໍ່ປັບປຸງກົງຈັກ ແລະ ສະມາຊິກຊາວໜຸ່ມໃຫ້ເຂັ້ມແຂງຮອບດ້ານ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ສາມາດຮັບ ປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ມີທັດສະນະມະຫາຊົນ, ມີຄວາມດຸໝັ່ນອົດທົນ, ຄົ້ນຄວ້າສຶກສາຮ່ຳຮຽນ ຍົກລະດັບຄວາມຮູ້-ຄວາມສາມາດ ໃນການປະຕິບັດວຽກງານໃຫ້ສູງຂຶ້ນເລື້ອຍໆ; ສ້າງ ແລະ ເຂົ້າຮ່ວມຂະບວນການເຄື່ອນໄຫວວຽກງານຊາວໜຸ່ມໃຫ້ຫຼາຍ, ມີບັນຍາກາດຟົດຟື້ນ, ຫ້າວຫັນ ໂດຍມີເນື້ອໃນຕິດພັນກັບການສຶກສາອົບຮົມໄປພ້ອມໆກັນ.
ກອງປະຊຸມຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ຈົ່ງເຊີດຊູນ້ຳໃຈສາມັກຄີເປັນປຶກແຜ່ນ, ຍົກສູງຄວາມເປັນເຈົ້າຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ II ໃນຄັ້ງນີ້ ໃຫ້ປາກົດຜົນເປັນຈິງ ແລະ ມີຜົນສຳເລັດຈົບງາມ.
(ນາງ ອາລິນ ສຸພິມມະປະດິດ)