loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຫລວງນໍ້າທາຊຸດທີ II

ທ.ວ. 30, 2024 | ເຂດ 3 ຫຼວງນ້ຳ​ທາ

ກອງປະຊຸມສະໄໝສາມັນ ເທື່ອທີ  8 ຂອງສະພາປະຊາຊົນແຂວງຫລວງນໍ້າທາຊຸດທີ II ໄດ້ສໍາເລັດລົງໃນຕອນແລງຂອງວັນທີ 27 ທັນວາ 2024 ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫລວງນ້ຳທາ, ທ່ານ ພົຕ. ປອ ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3, ບັນດາທ່ານ ກຳມະການຄະນະປະຈຳພັກແຂວງ, ມີອະດີດການນໍາຂອງແຂວງ, ບັນດາທ່ານອະດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັັກຮົບເກົ່າ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ແຂກຖືກເຊີນເຂົ້າຮ່ວມທັງໝົດ 150 ກວ່າທ່ານ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນມາເປັນເວລາ 4 ວັນ, ແຕ່ວັນທີ 2427 ທັນວາ 2024 ດ້ວຍບັນຍາກາດທີ່ດີ ແຫ່ງການເສີມຂະຫຍາຍ ສິດປະຊາທິປະໄຕ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງບັນດາຜູ້ແທນກອງປະຊຸມ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງໃນຄັ້ງນີ້ ໄດ້ຮັບຟັງ ແລະ ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງຄືໄດ້ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນລະຫວ່າງສອງກອງປະຊຸມ (ກອງປະຊຸມສະໄໝສາມັນເທື່ອທີ 7 ຫາເທື່ອທີ 8);ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງແຂວງ; ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງແຂວງ; ບົດລາຍງານຂອງອົງການກວດກາລັດແຂວງກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈໍາປີ 2024, ທິດທາງແຜນການປະຈໍາປີ 2025 ແລະ ຜົນການກວດກາ ຕາມຜົນຂອງການກວດສອບ ປີ 2022 ແລະ ໄດ້ຮັບຮອງເອົາບົດລາຍງານ ຂອງອົງການກວດສອບປະຈໍາພາກເໜືອ-2 ກ່ຽວກັບຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈໍາປີ 2024, ທິດທາງແຜນການ ປະຈໍາປີ 2025 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2023 ຂອງແຂວງຫຼວງນໍ້າທາ; ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ; ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຟັງບົດປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດແຂວງ ກ່ຽວກັບການຕິດຕາມກວດກາການເຄື່ອໄຫວວຽກງານ ໃນໜຶ່ງປີຜ່ານມາ ແລະ ທິດທາງແຜນການ ໜຶ່ງປີຕໍ່ໜ້າ ຂອງສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍຂອງແຂວງ 2 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາກິລາກາຍະກໍາຂອງແຂວງ ແລະ ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນຄວບຄຸ່ມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນຟື້ນຟູ-ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ເມືອງນາແລ ໄລຍະທີ 1 (2020-2023) ແລະ ແຜນການໄລຍະທີ 2 (2025-2028);ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ ບົດລາຍງານກ່ຽວກັບ ຜົນກະທົບຈາກໄພພິບັດນ້ໍາຖ້ວມ ຢູ່ແຂວງຫຼວງນໍ້າ ໃນປີ 2024.

ກອງປະຊຸມ ຕີລາຄາສູງ ແລະ ມີຄວາມເຊື່ອໝັ້ນວ່າ ແຕ່ລະພາກສ່ວນ ຂະແໜງການກ່ຽວຂ້ອງຈະນໍາເອົາຄໍາຊີ້ແຈງທີ່ໄດ້ຊີ້ແຈງຢູ່ ໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດ, ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ທີ່ເກີດຂຶ້ນພາຍໃນແຂວງ ໃຫ້ມີຜົນສໍາເລັດເປັນຢ່າງດີ. ພ້ອມກັນນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຕ້ອງຖືເອົາຄໍາຊີ້ແຈງຂອງແຕ່ລະພາກສ່ວນດັ່ງກ່າວ ເປັນຂໍ້ມູນບ່ອນອີງ ໃນການຕິດຕາມກວດກາບັນຫາຕ່າງໆ ທີ່ພາກສ່ວນກ່ຽວຂ້ອງ ໄດ້ຊີ້ແຈງເຫດຜົນຕໍ່ກອງປະຊຸມຄັ້ງນີ້.

 

ໂດຍ ນັກຂ່າວ ສພຂ ຫລວງນ້ຳທາ