(ສພຊ) – ກອງປະຊຸມສໍາມະນາກ່ຽວກັບກົນໄກການປະສານງານ ແລະ ການຄົ້ນຄວ້າຮ້ອງຂໍຄວາມເປັນທໍາ ຂອງບັນດາກໍາມາທິການສະພາແຫ່ງຊາດ ໄດ້ຈັດຂຶ້ນລະຫວ່າງວັນທີ 17-18 ສິງຫາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ມີບັນດາທ່ານຮອງປະທານກໍາມາທິການ, ຮອງຫົວໜ້າຫ້ອງວ່າການ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນສະພາແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າ ແລະ ຊ່ຽວຊານຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມທັງໝົດ 71 ທ່ານ.

ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ຈຸດປະສົງກອງປະຊມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໂດຍສະເພາະແມ່ນການຮັບຄໍາຮ້ອງຂໍຄວາມເປັນທໍາຜ່ານປະຕູດຽວ ແລະ ການຄົ້ນຄວ້າແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ ກໍຄືກໍາມາທິການພາຍໃນສະພາແຫ່ງຊາດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ; ເພື່ອປັບປຸງເຮັດໃຫ້ກົນໄກການປະສານງານໃນການຄົ້ນຄວ້າແກ້ໄຂຄໍາຮ້ອງຂໍຄວາມເປັນທໍາລະຫວ່າງກໍາມາທິການກົດໝາຍ ແລະ ຍຸຕິທໍາ ກັບ ບັນດາກໍາມາທິການພາຍໃນສະພາແຫ່ງຊາດ ມີຄວາມໂລ່ງລ່ຽນ, ກົມກຽວ, ວ່ອງໄວ, ຊັດເຈນ, ມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງຕາມນິຕິກໍາໃຕ້ກົດໝາຍທີ່ກໍານົດໄວ້; ເພື່ອປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2022 ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ສະບັບເລກທີ 07/ຄປຈ, ລົງວັນທີ 09 ມັງກອນ 2023 ເພື່ອເປັນບ່ອນອີງໃນການປັບປຸງກົດໝາຍດັ່ງກ່າວໃນປີ 2027.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນ ແລະ ວິທີການປະຕິບັດທີ່ດີ ໃນການຮັບ ແລະ ແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈາກຊ່ຽວຊານຕ່າງປະເທດ, ການຮັບ ແລະ ຄົ້ນຄວ້າພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງກໍາມາທິການກົດໝາຍ ແລະ ຍຸຕິທໍາ, ກົນໄກການປະສານງານໃນການຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ລະຫວ່າງກໍາມາທິການກົດໝາຍ ແລະ ຍຸຕິທໍາ ກັບ ກໍາມາທິການສະພາແຫ່ງຊາດ, ຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2022 ໃນໄລຍະຜ່ານມາ ເພື່ອປະເມີນຄືນຜົນການຈັດຕັ້ງປະຕິບັດ ແລະ ປຶກສາຫາລືໃນການປັບປຸງກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ; ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ບົດຮຽນເຊິ່ງກັນແລະກັນ ເພື່ອຊອກໃຫ້ເຫັນບັນຫາ, ຂໍ້ອຸດຕັນ ແລະ ຂອດການຈັດຕັ້ງປະຕິບັດ, ນິຕິກໍາທີ່ຍັງບໍ່ທັນສອດຄ່ອງ ເພື່ອສືບຕໍ່ຄົ້ນຄວ້າປັບປຸງແກ້ໄຂ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຈັດແບ່ງເປັນກຸ່ມ ເພື່ອຄົ້ນຄວ້າ, ປະກອບຄຳເຫັນ, ປຶກສາຫາລື, ຖອດຖອນບົດຮຽນຕໍ່ບັນດາເນື້ອໃນເຫຼົ່ານີ້ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຕາງໜ້າແຕ່ລະກຸ່ມຂຶ້ນສະເໜີບົດຮຽນ, ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ.
ໃນວັນປິດກອງປະຊຸມ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາກໍາມາທິການກົດໝາຍ ແລະ ຍຸ ຕິທໍາໄດ້ໂອ້ລົມ ໂດຍມີບາງຄໍາເຫັນເນັ້ນໜັກໃຫ້ຍົກສູງຂີດຄວາມສາມາດ ເພື່ອຮັບປະກັນໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ທາງດ້ານວິຊາສະເພາະທີ່ຕົນຮັບຜິດຊອບ, ມີຈັນຍາບັນຈັນຍາທໍາ, ເຫັນແກ່ຜົນປະໂຫດສ່ວນລວມເປັນຕົ້ນຕໍ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ; ສືບຕໍ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກໍາທີ່ພົວພັນກັບການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ເພື່ອໃຫ້ກາຍເປັນເຄື່ອງມືທີ່ສໍາຄັນແກ່ການປະຕິບັດວຽກງານມີຜົນສໍາເລັດ; ປັບປຸງກົນໄກ, ແບບແຜນ ແລະ ວິທີເຮັດວຽກ ໃນການຮັບ ແລະ ພິຈາລະນາ ໃຫ້ມີຄວາມເປັນເອກະພາບ, ກົມກຽວ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ບັນຈຸສັບຊ້ອນພະນັກງານ-ລັດຖະກອນ ເຂົ້າໃນວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ເປັນລະບົບ, ຄົບຊຸດ, ຮັບປະກັນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ສອດຄ່ອງ ແລະ ແທດເໝາະກັບລະດັບວິຊາສະເພາະ, ຄວາມຮູ້, ຄວາມສາມາດ ເພື່ອແກ້ໄຂບັນຫາຜູ້ໜຶ່ງຮັບຜິດຊອບຫຼາຍຄໍາຮ້ອງ ແລະ ສາມາດແກ້ໄຂທັນຕາມກໍານົດເວລາທີ່ກົດໝາຍກໍານົດ; ເພີ່ມທະວີ ແລະ ຍົກສູງຄຸນນະພາບການປະຕິບັດພາລະບົດບາດຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການທີ່ກ່ຽວຂ້ອງ ໃນຂະບວນການດໍາເນີນຄະດີ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະທໍາມະນູນ ແລະ ກົດໝາຍ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ ຂຶ້ນເທື່ອລະກ້າວ; ສືບຕໍ່ ແລະ ສູ້ຊົນພິຈາລະນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຕາມຄາດໝາຍທີ່ກໍານົດໄວ້ທີ່ 85% ຂອງຈໍານວນຄໍາຮ້ອງຂໍຄວາມເປັນທໍາທັງໝົດ ພ້ອມທັງເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງໄລຍະຜ່ານມາ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີລັກສະນະບຸກທະລຸດີຂຶ້ນກວ່າເກົ່າ ທັງ 4 ດ້ານ ໂດຍສະເພາະແມ່ນບຸກທະລຸດ້ານຈິນຕະນາການ ແລະ ດ້ານການພັດທະນາຊັບ ພະຍາກອນມະນຸດ; ປັບປຸງກົນໄກການປະສານງານກັບອົງການທີ່ກ່ຽວຂ້ອງ ເປັນຕົ້ນ: ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນກ່ຽວຂ້ອງທີ່ຮັບຜິດຊອບພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີຄວາມເປັນເອກະພາບ ແລະ ເປັນທີ່ສິ້ນສຸດ ຕາມລັດຖະທໍາມະນູນ ແລະ ກົດໝາຍ.
(ສອນສັກ ວັນວິໄຊ)

