(ສພຊ) ວັນທີ 30 ພຶດສະພານີ້, ທີ່ສະພາແຫ່ງຊາດ, ສາມອົງການຈັດຕັ້ງມະຫາຊົນ ຂອງສະພາແຫ່ງຊາດ ໄດ້ຮັບເຄື່ອງອຸປະຖຳຈາກສະຫາຍ ນາງ ບົວຄຳ ທິບພະວົງ ອະດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ທັງເປັນອະດີດປະທານກຳມາທິການຍຸຕິທຳ, ບັນດາຄອບຄົວການນຳຂອງສະພາແຫ່ງຊາດ ແລະ ບໍລິສັດ ສີຫາວົງ ກໍ່ສ້າງ ຈຳກັດ ເຊິ່ງຕາງໜ້າໃຫ້ສາມອົງການຈັດຕັ້ງມະຫາຊົນສະພາແຫ່ງຊາດ ກ່າວຮັບໂດຍສະຫາຍ ໄກມະນິນ ເທບບົວລີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ທັງເປັນວ່າການຫົວໜ້າກົມຄຳຮ້ອງຂໍຄວາມເປັນທຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງດື່ມສະໝູນໄພ ຈຳນວນ 500 ຕຸກ ລວມມູນຄ່າ 4 ລ້ານກີບ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນ ປະເພດແຟບ ຈຳນວນ 20 ແກັດ ລວມມູນຄ່າ 8 ລ້ານກີບ.
(ພາບ ແລະ ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)