loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສາຍພົວພັນມິດຕະພາບ, ການຮ່ວມມື ລາວ-ຕີມໍ ແລັດສະເຕ ພັດທະນາເຂົ້າສູ່ລ່ວງເລິກ

ຕ.ລ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 23 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ພົບປະທ່ານ ນາງ ມາເຣຍ ເຟີນານດາ ເລ (Maria Fernanda Lay) ປະທານລັດຖະສະພາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ ແລັດສະເຕ ໃນໂອກາດທີ່ນໍາພາຄະນະຜູ້ແທນຂັ້ນສູງລັດຖະສະພາ ຕີມໍ ແລັດສະເຕ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໂດຍ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການພົບປະຄັ້ງທໍາອິດ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ 2 ປະເທດ ແລະ ເປັນພື້ນຖານອັນສໍາຄັນແກ່ການ ພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ ລາວ-ຕີມໍ ແລັດສະເຕ ໃຫ້ໄດ້ຮັບການເສີມຂະຫຍາຍ ທັງເປັນການ ສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວ ເຮັດສໍາເລັດພັນ ທະສາກົນໃນການເປັນປະທານໄອປາ ກໍຄືເປັນເຈົ້າພາບກອງປະຊຸມໃຫຍ່ໄອປາຄັ້ງທີ 45 ຢູ່ ສປປລາວ ໃນຄັ້ງນີ້ ໃຫ້ສໍາເລັດຜົນຢ່າງຈົບງາມ.
ທ່ານ ນາງ ມາເຣຍ ເຟີນານດາ ເລ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະ ຫວ່າງສອງປະເທດ ແລະ ສອງອົງການນິຕິບັນຍັດ ຕີມໍ ແລັດສະເຕ-ລາວ ພ້ອມທັງແຈ້ງສະພາບການຕ່າງໆທີ່ພົ້ນ ເດັ່ນໃນການພັດທະນາປະເທດຊາດ ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024 ເພີ່ມຂຶ້ນເປັນ 1,453 ໂດລາສະຫະລັດຕໍ່ຄົນ, ປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ.
ສປປລາວ ແລະ ສປ ຕີມໍ ແລັດສະເຕ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 29 ກໍລະກົດ 2002 ນັບແຕ່ນັ້ນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກເປັນກ້າວໆ ໂດຍສະເພາະການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີ ພາກພື້ນ ແລະ ສາ ກົນ, ສປປລາວ ຍາມໃດກໍໃຫ້ການສະໜັບສະໜູນ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກອາຊຽນ ຕະຫຼອດມາ, ມີການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆນໍາກັນຢ່າງປົກກະຕິ; ພິເສດ ແມ່ນຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດຢູ່ ສປປລາວ ຂອງທ່ານ ໂຈເຊ ຣາໂມສ-ອໍຕາ (José Ramos-Horta) ປະທານາທິບໍດີ ແຫ່ງ ສປ ຕີມໍ ແລັດສະເຕ ໃນເດືອນກຸມພາ 2024 ແລະ ທ່ານ ເກ ຣາລາ ຊານານາ ກຸສ ເມົາ (Kay Rala Xanana Gusmão) ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມທີ່ ສປປລາວ ໃນເດືອນຕຸລານີ້. ສໍາລັບການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາ ຕີມໍ ແລັດສະເຕ ເຖິງວ່າການແລກປ່ຽນຄະນະຜູ້ແທນສອງຝ່າຍຍັງໜ້ອຍ ແຕ່ກໍໄດ້ມີການແລກປ່ຽນສານອວຍພອນ ແລະ ສານຊົມເຊີຍໃນໂອກາດວັນສໍາຄັນຕ່າງໆຂອງສອງປະເທດ, ພົບປະຮ່ວມມືໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ໃນນາມປະເທດສັງເກດການ, IPU ແລະ ອົງການອື່ນໆ.
ຕໍ່ການພົວພັນຮ່ວມມືຂອງສອງອົງການນິຕິບັນຍັດໃນຕໍ່ໜ້າ, ສອງຝ່າຍຈະແລກ ປ່ຽນຄະນະຜູ້ແທນນໍາກັນ ຢ່າງປົກກະຕິ ເພື່ອການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານກ່ຽວ ກັບການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ແລະ ໃນຫົວຂໍ້ອື່ນໆທີ່ສອງຝ່າຍມີຄວາມສົນໃຈ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ໄດ້ລົງນາມຮ່ວມກັນ ໃຫ້ປາກົດຜົນເປັນຈິງ ເປັນຕົ້ນແມ່ນການຮ່ວມມືໃນວຽກງານການຕ່າງປະເທດ, ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ; ສອງລັດຖະບານສອງປະເທດ ໄດ້ແລກປ່ຽນດິນປຸກສ້າງສໍານັກງານການທູດລະຫວ່າງສອງປະເທດທີ່ ໄດ້ລົງນາມໃນເດືອນກຸມພາ 2024 ຫວັງວ່າຈະໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວຢູ່ເວທີລັດຖະສະພາພາກພື້ນ ແລະ ສາກົນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)