(ສພຊ) ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີສະຫຼຸບ ບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ປະທານຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ເຊິ່ງພິທີດັ່ງກ່າວ ແມ່ນສະມາຄົມນັກປະພັນລາວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນເພື່ອສະຫຼຸບບັ້ນແຂ່ງຂັນກວດສອບ ບົດປະພັນວັນນະຄະດີທົ່ວປະເທດ ແລະ ຈັດພິມປຶ້ມຜົນງານວັນນະກຳດີເດັ່ນ ເພື່ອເປັນການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ພ້ອມທັງມອບລາງວັນ ແລະ ໃບກຽດຕິຄຸນ ໃຫ້ກັບບັນດານັກຂຽນ, ນັກປະພັນ ໃນວັນທີ 23 ກັນຍາ 2022. ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍນັກຂຽນ, ນັກປະພັນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮອງປະທານສະພາແຫ່ງຊາດ ຍັງໄດ້ເຂົ້າຮ່ວມພິທີ ໃນນາມນັກກະວີອາວຸໂສ ເພື່ອຮັບລາງວັນກິດຕິມະສັກ ໃນບົດກະວີທີ່ມີຊື່ວ່າ: “ເສັ້ນທາງໂຮ່ຈີມິນທີ່ຝັງໃຈ” ເຊິ່ງບົດກະວີດັ່ງກ່າວ ມີເນື້ອໃນເວົ້າເຖິງຄວາມເປັນມາຂອງເສັ້ນທາງໂຮ່ຈີມິນ ທີ່ເປັນເສັ້ນທາງທຽວລະດັບຊາດ ມາແຕ່ບູຮານນະການ ເຊິ່ງປຽບເໝືອນສາຍພົວພັນລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ມາເຖິງປັດຈຸບັນ ທາງເສັ້ນນີ້ ເລີ່ມເປີດນໍາໃຊ້ຢ່າງເປັນທາງການ ຫຼາຍກວ່າ 60 ປີ.
ໃນພິທີ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ສະມາຄົມນັກປະພັນລາວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງປະຕິບັດໂຄງການແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ແລະ ຈັດພິມປຶ້ມຜົນງານວັນນະກຳດີເດັ່ນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ເຊິ່ງປະກອບດ້ວຍ 3 ກິດຈະກຳຕົ້ນຕໍຄື: ກິດຈະກຳທີ 1 ໄດ້ຈັດພິມປຶ້ມ “ຕາມຮອຍປະຫວັດສາດ ສືບສານມູນເຊື້ອ ບົນເສັ້ນທາງໂຮ່ຈິມິງ ໃນຜືນແຜ່ນດິນລາວ” ສະບັບພາສາລາວ ເປັນເທື່ອທີ 2 ເຊິ່ງຄະນະນັກຂຽນ ແລະ ຄະນະບັນນາທິການໄດ້ກວດແກ້ ຮຽບຮຽງຄືນປຶ້ມດັ່ງກ່າວ ຈຳນວນ 206 ໜ້າ, ຈັດພິມ 2.000 ເຫຼັ້ມ, ພ້ອມທັງແປເປັນພາສາຫວຽດນາມ ແລະ ຈັດພິມ 3.000 ເຫຼັ້ມ; ກິດຈະກຳທີ 2 ໄດ້ເຊີນນັກປະພັນ, ນັກກະວີອາວຸໂສ-ກິດຕິມະສັກຈຳນວນ 17 ທ່ານ ມາຂຽນບົດກ່ຽວກັບມູນເຊື້ອປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນນັ້ນ, ໄດ້ຂຽນບົດບັນທຶກ 8 ບົດ, ເລື່ອງສັ້ນ 4 ບົດ ແລະ ບົດກະວີ 6 ບົດ ເຊິ່ງໄດ້ຈັດພິມເປັນເຫຼັ້ມ ເພື່ອໂຄສະນາເຜີຍແຜ່ໃນສັງຄົມ ແລະ ກິດຈະກຳ ທີ 3 ໄດ້ຈັດຕັ້ງຄະບວນການແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ແລະ ຈັດພິມຜົນງານທີ່ໄດ້ຮັບລາງວັນ ເຜີຍແຜ່ໂຄສະນາ, ຜ່ານການຈັດຕັ້ງປະຕິບັດ ກອງເລຂາໄດ້ຮັບບົດທັງໝົດ 235 ບົດ. ໃນນີ້, ມີບົດບັນທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດກະວີ 132 ບົດ, ຜ່ານການຄັດເລືອກສາມາດເລືອກໄດ້ ລາງວັນທີ 1 ຈຳນວນ 2 ບົດ, ລາງວັນທີ 2 ຈໍານວນ 4 ບົດ, ລາງວັນທີ 3 ຈຳນວນ 6 ບົດ ແລະ ລາງວັນຊົມເຊີຍ ຈຳນວນ 30 ບົດ.

ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ສະມາຄົມນັກປະພັນລາວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຈັດກິດຈະກຳດັ່ງກ່າວຂຶ້ນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໃຫ້ມີບັນຍາກາດອັນຟົດຟື້ນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກປະພັນ, ນັກກະວີ ກໍຄືການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນສັງຄົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຊຸກຍູ້ສົ່ງເສີມຂະບວນການປະດິດຄິດແຕ່ງບົດປະພັນວັນນະຄະດີ ທີ່ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າ, ໃຫ້ຖືເປັນພາຫະນະໜຶ່ງ ທີ່ສໍາຄັນຂອງການເຮັດວຽກງານແນວຄິດໃນທົ່ວສັງຄົມ ແນໃສ່ສ້າງຄົນລາວ ໃຫ້ມີຈິດໃຈຮັກຊາດ-ຮັກວັດທະນະທຳອັນດີງາມຂອງຊາດ, ພ້ອມທັງໃຫ້ຖືສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ແລະ ຕໍ່ເນື່ອງຂະບວນການເຄື່ອນໄຫວທາງດ້ານການປະພັນ ແລະ ການປະດິດຄິດແຕ່ງວັນນະຄະດີ ໃຫ້ມີຄວາມອຸດົມຮັ່ງມີຫຼາຍຮູບຫຼາຍສີ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ທາງດ້ານຊີວິດຈິດໃຈ ຂອງປະຊາຊົນ ກໍຄື ຜູ້ອ່ານ, ຜູ້ຊົມໃຊ້ດ້ານມໍລະດົກທາງປັນຍາຄວາມຮູ້, ສູ້ຊົນໃຫ້ມີບົດປະພັນວັນນະຄະດີ ທີ່ມີຄຸນນະພາບ, ມີຄຸນຄ່າສູງ, ສ່ອງແສງມູນເຊື້ອຂອງຊາດ ຂອງພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ທັງສ່ອງແສງເຖິງແບບແຜນດໍາລົງຊີວິດ ທີ່ກ້າວໜ້າສົດໃສຈົບງາມ, ສ້າງວັນນະຄະດີໃຫ້ມີຄຸນຄ່າ ແລະ ມີຄຸນນະພາບ ຖືກກັບຄວາມມັກຄວາມນິຍົມຊົມຊອບ ທີ່ຖືກຕ້ອງ ຂອງມະຫາຊົນ, ພ້ອມທັງເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນໃນການປະດິດຄິດແຕ່ງ ຂອງນັກປະພັນວັນນະຄະດີຂອງຊາດເຮົາ ໃຫ້ເຕີບໂຕ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ. ພ້ອມນັ້ນ, ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ສ້າງເງື່ອນໄຂກະຕຸກຊຸກຍູ້ສົ່ງເສີມ ພ້ອມທັງບຳລຸງ-ກໍ່ສ້າງນັກປະພັນ, ນັກກະວີ ກໍຄືຜູ້ທີ່ມີພອນສະຫວັນ, ມັກຂຽນ, ມັກຄົ້ນຄວ້າ ປະດິດຄິດແຕ່ງ ໃຫ້ຫຼາຍ ແລະ ເປັນມືອາຊີບ, ພ້ອມກັນນັ້ນ ນັກປະພັນ, ນັກກະວີ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າຊອກຫາຂໍ້ມູນທີ່ເປັນຈິງ ກໍຄືເຫດການສຳຄັນຕ່າງໆ ທີ່ມີຂຶ້ນໃນຊີວິດສັງຄົມ ເຊັ່ນວ່າ: ເລື່ອງຈິງ-ຄົນເຮັດ, ເລື່ອງວຽກດີ-ຄົນເດັ່ນ ແລະ ອື່ນໆ ເພື່ອນໍາສິ່ງເຫຼົ່ານັ້ນມາປະດິດຄິດແຕ່ງ ສ້າງເປັນບົດປະພັນຍ້ອງຍໍສັນລະເສີນ, ບົດກະວີກາບກອນ ກະຕຸກຊຸກຍູ້ບັນດາປັດໄຈໃໝ່ ທີ່ພົ້ນເດັ່ນ, ໃຫ້ກາຍເປັນບົດຮຽນ ແລະ ພະລັງແຮງໃໝ່ ທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ນຳໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດ ຂອງພວກເຮົາ.

ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແລະ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມອບລາງວັນ ແລະ ໃບກຽດຕິຄຸນ ໃຫ້ກັບບັນດານັກຂຽນ, ນັກປະພັນ ແລະ ນັກກະວີອາວຸໂສ-ກິດຕິມະສັກ ຈຳນວນໜຶ່ງ.
(ພາບ ແລະ ຂ່າວ: ນາງ ກົງໃຈ ແສງອໍາພັນ)