



ກອງປະຊຸມທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ສະພາແຫ່ງຊາດ ຊຸດທີ IX, ເຊິ່ງບົດສະຫຼຸບດັ່ງກ່າວໄດ້ສະແດງອອກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການກະກຽມດຳເນີນກອງປະຊຸມ ເປັນຕົ້ນດ້ານເນື້ອໃນ ຂະແໜງກ່ຽວຂ້ອງໄດ້ເອົາໃຈໃສ່ໃນການປະສານງານກັບອົງການປົກຄອງແຂວງ, ບັນດາພະແນກການ, ອົງການ ເຫັນວ່າເຮັດໄດ້ດີ ແລະ ສາມາດນໍາເອົາບົດລາຍງານເຂົ້າຜ່ານໃນກອງປະຊຸມ ເພື່ອໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນຕ່າງໆໃນກອງປະຊຸມຄັ້ງນີ້ໄດ້ຕາມຄາດໝາຍ, ດ້ານບໍລິຫານ-ການເງິນ ແລະ ພິທີການຕ່າງໆ ກໍ່ເຮັດສໍາເລັດຕາມທິດຊີ້ນໍາຂອງຄະນະປະທານເປັນຢ່າງດີ. ແຕ່ກໍ່ບໍ່ປາສະຈາກດ້ານອ່ອນ-ຂໍ້ຄົງຄ້າງ ໃນການກະກຽມດຳເນີນກອງປະຊຸມເປັນຕົ້ນ ການປະສານງານກັບອົງການປົກຄອງແຂວງ, ບັນດາພະແນກການ, ອົງການ ຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຊິ່ງສະແດງອອກໃນການສົ່ງບົດລາຍງານໃຫ້ທາງສະພາປະຊາຊົນແຂວງຍັງຊັກຊ້າ, ດ້ານເນື້ອໃນ, ໂຕເລກ ແລະ ໂຕຊີ້ວັດຕ່າງໆຍັງບໍ່ກົງກັນ ແລະ ບັນຫາອື່ນໆ.



ຕອນທ້າຍ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເອົາໃຈໃສ່ໃນການປະສານສົມທົບກັບບັນດາພະແນກການ, ອົງການ ແລະ ບັນດາເມືອງ ໃຫ້ລະອຽດ, ວອງໄວກວ່າເກົ່າ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ໃຫ້ທັນຕາມກໍານົດເວລາ.

ພາບ/ຂ່າວ: ແສງພອນ ອິນນະລົງ.