loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2023 ຂອງຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ.

ມ.ຖ. 5, 2024 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນພຸດ, ວັນທີ 28 ກຸມພາ 2024, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2023 ຂອງຄະນະເລຂາທິການສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ນ. ວັນສີ ພວງມະໄລ ເລຂາທິການສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຄະນະເລຂາທິການ, ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ, ພາຍຫຼັງສະເໜີຈຸດປະສົງ ແລະ ຜູ້ເຂົ້າຮ່ວມ, ທ່ານ ວົງສີ ບຸນທີໃຈ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2023 ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃນສະພາບແວດລ້ອມຂອງປະເທດຊາດພວກເຮົາເວົ້າລວມ, ເວົ້າສະເພາະຢູ່ແຂວງອຸດົມໄຊພວມປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນກີບອ່ອນຄ່າ, ອັດຕາເງິນເຟີສູງ, ລາຄາສິນຄ້າ ແລະ ຄ່າຄອງຊີບແພງຂຶ້ນ, ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມ ຕໍ່ແນວຄິດຈິດໃຈຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທັງເປັນການທົດ ສອບ ຕໍ່ຄະນະເລຂາທິການສະພາປະຊາຊົນແຂວງ ໃນການປະຕິບັດໜ້າທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ; ແຕ່ເຖິງຢ່າງໃດກໍ່ຕາມ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ບຸກບືນ, ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກດັ່ງກ່າວ ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັັ້ງ, ໃນການຄົ້ນຄວ້າ-ສັງລວມ ເນື້ອໃນວຽກງານຮອບດ້ານ ແລະ ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຄຸ້ມຄອງ, ວຽກງານບໍລິຫານ, ແຜນການ ແລະ ການເງິນ, ວຽກງານຈັດຕັັ້ງ, ກວດກາ ແລະ ວຽກງານປິື່ນອ້ອມອື່ນໆ ຂອງສະພາປະຊາຊົນແຂວງ ໄດ້ມີຜົນສໍເລັດຕາມລະດັບຄາດໝາຍເປັນຕົ້ນ: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ແລະ ເຊື່ອມຊິມເອກະສານສໍາຄັນຕ່າງໆຂອງພັກ-ລັດ ໄດ້ 19 ຄັ້ງ, ເຮັດໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຄົາລົບລັດຖະທຳມະນູນ, ກົດໝາຍ, ບຸກບືນຫ້າວຫັນ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽງານທີ່ໄດ້ຮັບມອບໝາຍ ແລະ ສາມາດນໍາເອົາໄປຈັດຕັ້ງປະຕິບັດວຽກງານສໍາເລັດ. ພ້ອມນັ້ນ, ໄດ້ວາງທິດທາງແຜນການ ປະຈຳປີ 2024 ເຊິ່ງຈະໄດ້ສຸມໃສ່ກະກຽມຕ້ອນຮັບແຂກຮ່ວມກັບສະພາແຫ່ງຊາດ ໃນການເປັນເຈົ້າພາບຈັດກອງປະຊຸມສໍາມະນາແລກປຽນບົດຮຽນລະຫວ່າງ ຄະນະເລຂາທການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ, ສະໜອງຂໍ້ມູນເນື້ອໃນຮອບດ້ານໃຫ້ແກ່ ຄະນະສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ພ້ອມທັງປະຕິບັດພາລະບົດບາດສິດ ແລະ ໜ້າທີ່ອື່ນຕາມການມອບໝາຍ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ຢ່າງກົງໄປກົງມາ, ແຫຼກແຫຼວ ແລະ ເປັນຂະບວນ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ, ຫັດກຸມ, ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ໃນຕອນທ້າຍກອງປະຊຸມທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຄະນະເລຂາທິການໄດ້ມີຄຳເຫັນໂອ້ລົມ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 01 ປີທີ່ຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າສືກສາຄົ້ນຄວ້າບັນດານິຕິກໍາ, ຮໍ່າຮຽນເອົາຄວາມຮູ້ໃໝ່ໆ, ປະຕິບັດສິດໜ້າທີ່ໃຫ້ສໍາເລັດຕາມການມອບໝາຍ ເພື່ອຮັບປະກັນການເປັນເສນາທິການທີ່ດີ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.